
ການນໍາພັກ-ລັດ ຮ່ວມວາງພວງມາລາໄວ້ອາໄລ ດວງວິນຍານ ພົນເອກ ສີສະຫວາດ ແກ້ວບຸນພັນ
13th May 2020ໃນຕອນບ່າຍວັນທີ 13 ພຶດສະພາ 2020, ຢູ່ສະໂມສອນໃຫຍ່ກະຊວງປ້ອງກັນປະເທດ, ນະຄອນຫລວງວຽງຈັນ, ບັນດາການນໍາພັກ ແລະ ລັດຖະບານ ນໍາໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
*
ມີສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະບັນດາສະຫາຍ ກໍາມະການກົມການເມືອງສູນກາງພັກ, ກໍາມະການສູນກາງພັກ, ຄະນະລັດຖະບານ ແລະ ການນໍາພັກ-ລັດ ໄດ້ເຂົ້າວາງພວງມາລາໄວ້ອາໄລແດ່ດວງວິນຍານ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີມື້ຫວນກັບຄືນມາ.
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ສະຫາຍແມ່ນນັກຮົບປະຕິວັດຜູ້ອົງອາດເກັ່ງກ້າສາມາດ, ມີນໍ້າໃຈເສຍສະຫລະອັນສູງສົ່ງ, ເປັນໜຶ່ງໃນນາຍທະ ຫານນໍາພາ-ບັນຊາທີ່ີດີເດັ່ນ, ເປັນທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ; ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຍັງແມ່ນພະນັກງານນໍາພາທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມການປະຕິວັດຢ່າງສູງສົ່ງ ໃນພາລະກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່.
ທີ່ມາ, ຂປລ