
ດີໃຈເດ້ ປອດເຊື້ອມາ 27 ມື້ແລ້ວ ແລະ ມື້ນີ້ເຊົາປົວຈາກໂຄວິດອອກໂຮງໝໍ 4 ຄົນ
9th May 2020ວັນທີ 9 ພຶດສະພາ, ຄະນະສະເພະາກິດລາຍງານວ່າສປປລາວບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ເປັນມື້ທີ27ແລ້ວ, ນອກນັ້ນອີກຂ່າວດີແມ່ນຄົນເຈັບ4 ຄົນໄດ້ປິິ່ນປົວດີ ແລະ ອອກໂຮງໝໍໄດ້ໃນມື້ນີ້. ປັດຈຸບັນຍັງມີຄົນເຈັບນອນຕິດຕາມອາການຢູ່ໂຮງໝໍມິດຕະພາບ6 ຄົນ(ລວມທັງນໍ້າເບີ14 ທີ່ເອົາເຂົ້າມາຕິດຕາມຄືນ).
ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ໄດ້ຖະແຫຼງຂ່າວປະຈຳວັນທີ 9 ພຶດສະພາວ່າ:ໃນວັນທີ 8 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 175 ຄົນ, ໃນນັ້ນ ມີກໍລະນີສົງໄສ 14 ຄົນ, ຜູ້ຕິດເຊື້ອທີ່ອອກໂຮງໝໍມິດຕະພາບ 3 ຄົນ ແລ້ວກັບມາກວດຄືນ, ຜູ້ທີ່ນອນປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບ 6 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 152 ຄົນ.
ຜົນກວດຂອງແຮງງານທີ່ເຂົ້າມາ ແລະ ກໍລະນີສົງໄສໃໝ່ ແມ່ນບໍ່ພົບເຊື້ອ,ໝາຍຄວາມວ່າໃນວັນທີ 8 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່(27 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).
ຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ. ໄດ້ເກັບຕົວຢ່າງມາກວດຄືນ2ຄັ້ງຕິດຕໍ່ກັນ ພົບວ່າມີຜົນລົບ 4 ຄົນ (ນ້ຳເບີ 3, 6, 9 ແລະ 19) ເຊິ່ງຈະໄດ້ອອກໂຮງໝໍໄປຈໍາກັດບໍລິເວນຢູ່ເຮືອນອີກ 14 ວັນ ໝາຍວ່າຍັງມີຜູ້ທີ່ຈະສືບຕໍ່ຕິດຕາມຢູ່ໂຮງໝໍ 6 ຄົນ.
ສຳລັບຜູ້ຕິດເຊື້ອທີ່ອອກໂຮງໝໍ ພາຍຫຼັງຕິດຕາມຄົບກຳນົດ 14 ວັນ ແລ້ວກັບມາກວດຄືນ 03 ຄົນ ເຊິ່ງແມ່ນນ້ຳເບີ 01 (ພະນັກງານຄຣາວພລາຊ່າ, ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ), ເບີ 11 (ພະນັກງານພູເບ້ຍມາຍນິ້ງ, ສັນຊາດ ປາປົວນິວກີເນຍ) ແລະ ເບີ 15 (ບ້ານຈອມມະນີ, ເມືອງໄຊເສດຖາ). ຜົນກວດວິເຄາະແມ່ນລົບ; ສະນັ້ນ ຂະເຈົ້າຈະໄດ້ກັບຄືນໄປປະຕິບັດໜ້າທີ່ວຽກງານຕາມເດີມ ແຕ່ກໍຈະຕ້ອງໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອຄືກັນກັບຄົນທົ່ວໄປ.
ຂໍ້ມູນສຳຄັນໃນມື້ນີ້ແມ່ນ ບໍ່ມີຜູ້ຕິດເຊື້ອໃໝ່ ຕິດຕໍ່ກັນເປັນເວລາ 27 ວັນແລ້ວ, ຈໍານວນຜູ້ຕິດເຊື້ອສະສົມແມ່ນ 19 ຄົນຄືເກົ່າ, ມື້ນີ້ໄດ້ອອກໂຮງໝໍເພິ່ມອີກ 4 ຄົນ, ຍັງ ຕິດຕາມຢູ່ໂຮງໝໍ 06 ຄົນ. ໂອກາດນີ້ ກໍ່ຂໍໃຫ້ຍາດພີ່ນ້ອງບ້ານໃກ້ເຮືອນຄຽງ ແລະ ອຳນາດການປົກຄອງ ຈົ່ງໃຫ້ການຕ້ອນຮັບທີ່ດີ ອຳນວຍຄວາມສະດວກໃຫ້ແກ່ຂະເຈົ້າທັງໝົດ 04 ຄົນນີ້ ໄດ້ປະຕິບັດເງື່ອນໄຂຈຳກັດບໍລິເວນຕົນເອງ ໃຫ້ໄດ້ດີ, ບໍ່ຄວນຈຳແນກລັງກຽດ ຫຼື ຢ້ານກົວຕໍ່ການຕິດເຊື້ອຈາກພວກຂະເຈົ້າເຫຼົ່ານີ້.
ອີກ 4 ຄົນທີ່ປິ່ນປົວດີ ແລະ ອອກໂຮງໝໍມື້ນີ້ມີ ກໍລະນີທີ 3 ບ້ານຫ້ວຍຮ່ອມ ເມືອງສີໂຄດ; ກໍລະນີທີ 6 ບ້ານ ຈຳປາ ເມືອງ ສີໂຄດ; ກໍລະນີທີ 9 ບ້ານ ໂພນພະເນົາ ເມືອງ ໄຊເສດຖາ; ກໍລະນີທີ 19 ບ້ານໂພນປາເປົ້າ, ເມືອງ ສີສັດຕະນາກ