
ກອງບັນນາທິການໜັງສືພິມວຽງຈັນໃໝ່ ອອກແຈ້ງການເຖິງບັນດາທ່ານຜູ້ອ່ານ ວຽງຈັນໃໝ່ ລະວັງເພຈ໌ປອມ
8th May 2020ລະວັງ! “ວຽງຈັນໃໝ່ປອມ” ກອງບັນນາທິການໜັງສືພິມວຽງຈັນໃໝ່ ອອກແຈ້ງການເຖິງບັນດາທ່ານຜູ້ອ່ານ ວຽງຈັນໃໝ່
ວັນທີ 8 ພຶດສະພາ 2020, ກອງບັນນາທິການໜັງສືພິມວຽງຈັນໃໝ່ ໄດ້ອອກແຈ້ງການເຖິງບັນດາທ່ານຜູ້ອ່ານຜູ້ຊົມທຸກທ່ານຊາບທົ່ວເຖິງກັນວ່າ ໃນໄລຍະຜ່ານມາຈົນເຖິງປັດຈຸບັນນີ້ ໄດ້ມີບຸກຄົນບໍ່ດີ ທີ່ສວຍໂອກາດແອບອ້າງເອົາເພຈເຟສບຸກ Vientiane Mai
ເຊິ່ງເປັນເພຈທາງການໄປເຮັດເປັນເພຈປອມ ໂດຍອອກຊື່ “ວຽງຈັນໃໝ່” ແລ້ວໂພສໂຄສະນາຕ່າງໆ ກໍຄືຂ່າວປອມ ຫຼືເນື້ອໃນທີ່ບໍ່ແມ່ນອອກຈາກຕົ້ນສະບັບຕົວຈິງ
ດັ່ງນັ້ນຈຶ່ງຢາກແຈ້ງໃຫ້ທຸກຄົນລະວັງ ແລະ ຢ່າຫຼົງເຊື່ອເພຈ໌ປອມ ໃຫ້ມາຕິດຕາມຂ່າວສານຕ່າງໆຈາກເພຈ໌ແທ້