
90 ກໍລະນີ ຜູ້ຕິດເຊື້ອໄຂ້ຍຸງຢູ່ແຂວງ ອັດຕະປື ນັບເປັນແຂວງທີ່ສອງທີ່ມີໄຂ້ຍຸງລະບາດ
6th May 2020ເມືອງໄຊເສດຖາ, ແຂວງອັດຕະປື ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 90 ກໍລະນີ ແລະ ເປັນແຂວງອັນ 2 ຂອງປະເທດທີ່ມີໄຂ້ຍຸງລະບາດ
ແຂວງອັດຕະປື ແມ່ນເປັນແຂວງໜຶ່ງທີ່ພົບມີຜູ້ຕິດເຊື້ອໄຂ້ຍຸງລາຍ ເປັນອັນດັບ 2 ຂອງປະເທດ ແລະ ໃນນັ້ນ ໃນ 5 ເມືອງຂອງແຂວງອັດຕະປື ພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສູງກ່ວາໜູ່ແມ່ນເມືອງໄຊເສດຖາ ມີເຖິງ 90 ກໍລະນີ ແຕ່ບໍ່ມີກໍລະນີເສຍຊີວິດ.
ທ່ານ ດຣ ວົງອາໄພ ວົງຊາລະສິດ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄຊເສດຖາ ໄດ້ໃຫ້ສໍາພາດໃນວັນທີ 6 ພຶດສະພາ 2020 ນີ້ວ່າ ປັດຈຸບັນນອກຈາກການສະກັດກັ້ນແລະຄວບຄຸມການແຜາລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ເມືອງຍັງໄດ້ເພີ່ມທະວີສຸມໃສ່ໃນການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຂອງພະຍາດໄຂຍຸງລາຍທີ່ກໍາລັງຄຸມຄາມ ປະຊາຊົນພາຍໃນເມືອງໄຊເສດຖາ ໂດຍໄດ້ມີການແຕ່ງຕັ້ງ ແບ່ງຄວາມຮັບຜິດຊອບໃຫ້ແກ່ພະນັກງານສາທາເມືອງ ໂຮງໝໍເມືອງ ແລະ ສຸກສາລາເມືອງໃນການຕິດຕາມ ກວດກາ, ລົງສຸຂະສຶກສາໃຫ້ຄວາມຮູ້, ລົງທໍາລາຍແຫຼງເພາະພັນຂອງຍຸງລາຍ.
ພ້ອມໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງເປັນເຈົ້າການໃນການທໍາລາຍແຫຼງພັນພັນຂອງຍຸງລາຍ ແລະແປ້ອງກັນຕົນເອງ ໃນການນອນໃນມຸງ ພ້ອມປະຕິບັດຕາມຫຼັກການ 5ປໍ ທີ່ກະຊວງສາທາວາງອອກ.
ຂ່າວ: ມະນີວອນ, Lao Youth Radio FM 90.0 Mhz