
ຂ່າວດີຕໍ່ເນື່ອງ! ເກືອບເດືອນແລ້ວ ລາວບໍ່ພົບຜູ້ຕິດເຊື້ອເພີ່ມ 5/5/2020
5th May 202023 ມື້ແລ້ວ ທີ່ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ) ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 10 ຄົນ ແລະ ຍັງເຫຼືອ 09 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ ໃນນີ້ໄດ້ຮັບຄົນເຈັບເກົ່າເຂົ້າມາຕິດຕາມອາການ 01 ຄົນ, ລວມມີ 10 ຄົນຢູ່ໂຮງໝໍມິດຕະພາບ.
ໃນວັນທີ 5 ພຶດສະພາ 2020 ທີ່ສູນປະຕິບັດການຂອງຄະນະສະເພາະກິດລາຍງານວ່າ: ໃນວັນທີ 04 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 195 ຄົນ, ໃນນັ້ນ ມີກໍລະນີສົງໄສ 06 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 189 ຄົນ.
ເຊິ່ງກໍລະນີສົງໄສທັງໝົດ 06 ຄົນ ແມ່ນມາຈາກ ນະຄອນຫຼວງວຽງຈັນ 05 ຄົນ ແລະ ຄຳມ່ວນ 01 ຄົນ. ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ 189 ຄົນ ລາຍລະອຽດດັ່ງລຸ່ມນີ້: ນະຄອນຫຼວງວຽງຈັນ 109 ຄົນ (ສູນຫຼັກ 27); ຈຳປາສັກ 47 ຄົນ; ສາລະວັນ 04 ຄົນ; ສະຫວັນນະເຂດ 28 ຄົນ ແລະ ຄຳມ່ວນ 01 ຄົນ. ເຊິ່ງຜົນກວດທັງໝົດ 195 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອໃໝ່. ໝາຍຄວາມວ່າໃນວັນທີ 04 ພຶດສະພາ 2020 ບໍ່ມີກໍລະນີໃໝ່.
ນັບແຕ່ເດືອນມັງກອນ ຮອດ ວັນທີ 04 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2,418 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (23 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).
ຮູບພາບໂດຍ: johnnie naitro