
ດ່ວນ! ເກີດເຫດໄຟໄໝ້ເຮືອນປະຊາຊົນ ບ້ານໂພນສະຫວ່າງ, ເມືອງສາມັກຄີໄຊ ເສຍຫາຍໝົດຫຼັງ
4th May 2020ອັກຄີໄຟ ເປັນເຫດສຸດວິໄສ ທີ່ບໍ່ມີໃຜສາມາດຄາດເດົາໄດ້ວ່າ ມັນຈະເກີດຂຶ້ນເມື່ອໃດ ນ້ອຍ ຫຼື ໃຫຍ່ ເພາະຫາກມັນເກີດຂຶ້ນແລ້ວ ແນ່ນອນວ່າໄດ້ສ້າງຄວາມເສຍຫາຍບໍ່ຫຼາຍກໍ່ນ້ອຍຕໍ່ຜູ້ໄດ້ຮັບຄວາມເາຍຫາຍຈາກເຫດການດັ່ງກ່າວ.
*
ໂດຍຫຼ້າສຸດ, ວັນທີ 4 ພຶດສະພາ 2020 ມີຜູ້ໃຊ້ເຟສບຸກທ່ານໜຶ່ງ ໄດ້ໂພສພາບເຫດການໄຟໄໝ້ເຮືອນປະຊາຊົນ ເຂດ ໂຮງຮຽນ ມສ ຈັນທາ ບ້ານໂພນສະຫວ່າງ, ເມືອງສາມັກຄີໄຊ ແຂວງອັດຕະປື.
ເຊິ່ງລາຍລະອຽດ ແລະ ຄວາມເສຍຫາຍແມ່ນລໍຖ້າເຈົ້າທີ່ສືບສວນ-ສອບສວນ ແລ້ວຈະລາຍງານໃຫ້ຊາບຕາມພາຍຫຼັງ.
*
ໄລຍະນີ້ອາກາດຮ້ອນ ຈື່ງງ່າຍຕໍ່ການເກີດອັກຄີໄພ ສະນັ້ນ, ຂໍໃຫ້ທຸກໆທ່ານຈົ່ງລະມັດລະວັງເລື່ອງໄຟ ກ່ອນອອກຈາກເຮືອນຕ້ອງກວດກາປິດປັກອຸປະກອນການໄຟຟ້າ ຫາກບໍ່ໄດ້ໃຊ້ງານ ທັງນີ້, ກໍ່ເພື່ອຄວາມປອດໄພນັ້ນເອງ.
ຄລີບໄຟໄໝ້ເຮືອນປະຊາຊົນ
ໄຟໄຫມ້ເຮືອນປະຊາຊົນ ບ້ານ ໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງ ອັດຕະປື
Geplaatst door ແຊຣ໌ຂ່າວ op Zondag 3 mei 2020