
ຈະມີຝົນຕົກບາງທ້ອງຖິ່ນຢູ່ພາກເໜືອ, ສ່ວນພາກກາງ-ໃຕ້ ອາກາດຈະຮ້ອນ ຫາຮ້ອນເອົ້າ
30th April 2020ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດ ປະຈຳວັນທີ 30 ເມສາ 2020 ວ່າ: ມວນອາກາດເຢັນທີ່ປະເທດຈີນໄດ້ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ພາກເໜືອ.
ສ່ວນພາກກາງ ແລະ ພາກໃຕ້ອາກາດຍັງຮ້ອນ ຫາ ຮ້ອນເອົ້າໃນຕອນບ່າຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ.
ສະພາບອາກາດໃນແຕ່ລະພາກ 30 ເມສາ 2020
*