
ສຸດຍອດ ຜັກກະເດົາສາມາດກຳຈັດສັດຕູພືດໄດ້
29th April 2020ຫາກໃຜກຳລັງປະສົບປັນຫາກັບສັດຕູພືດມາລົບກວນພືດຜັກຂອງເຮົາມື້ນີ້ ບອກເລີຍຫວາໃຜທີ່ມີຕົ້ນກະເດົາ ຫຼື ມັກກິນຜັກກະເດົາ ຕ້ອງຮູ້ສັບພະຄຸນຂອງມັນເພີ່ມ ເພາະວ່າສາມາດໄລ່ສັດຕູພືດ ກຳຈັດແມງໄມ້ໄດ້
ຕາມວິທີງ່າຍໆແບບນີ້
1 ນຳເມັດກະເດົາມາບົດ ແລ້ວນຳຜົງກະເດົາຈຳນວນ
2 ແຊ່ປະສົມໃນນ້ຳ 20 ລິດ ຄົນເປັນບາງຄັ້ງ ແຊ່ໄວ້ຂ້າມຄືນ
3 ຈາກນັ້ນນຳມາດອງດ້ວຍຜ້າຂາວບາງ ເນືອ້ລະອຽດ ສານທີ່ໄດ້ຈະເປັນສີເຫຼື່ອງຂຸ່ນ ກິ່ນຕຸໆ ຮ່າຍໃສ່ກະຕຸກໄວ້
ສຳລັບເວລາໃຊ້ສີດ ເຮາກໍສີດໃສ່ 2-3 ຄັ້ງ ຫ່າງກັນ 5-7 ມື້ ຫຼີກລ້ຽງສີດຕອນມີແສງແດກ້າ ຄວນສີດຕອນເຊົ້າໆ ແລະ ຄ້າຍແລງເອົາເດີ້
ລອງປະຕິບັດເບິ່ງ ວິທີນີ້ງ່າຍໆ ບໍ່ຫຍຸ່ງຍາກ ຖ້າມີຕົ້ນກະເດົາຍິ່ງແຈ່ມເລີຍ.