
ຕາປັນຍາກ່າວ “ລວຍເທົ່າໃດກໍຕ້ອງໃຊ້ຊີວິດແບບພໍພຽງ”
29th April 2020ສວນຄົວປອດສານພີດ ຈາກເຮືອນຜູ້ບໍລິຫານ ຫຼື ເສີ່ຍຕາ ປັນຍາ ນິລັນກຸນ สເອົາມາແຈກໃຫ້ພະນັກງານເອົາໄປເຮັດອາຫານ ຫຼື ກິນສົດໆ
ຊີວິດອີກໜຶ່ງດ້ານຂອງ ທ່ານ ປັນຍາ ຫຼື ຕາປັນຍາ ຫຼາຍໆຄົນຄົງຮູ້ຈັກ ແລະ ເຫັນເພິ່ນໃນໂທລະພາບຊ່ອງໄທ ເຈົ້າຂອງລາຍການ ປິດສະໜາຟ້າແສບ ແລະ ຫຼາຍໆລາຍການໃນໄທ ເຊິ່ງເຮົາເຫັນເພິ່ນໃນມຸມນັ້ນ ເບິ່ງເຫັນເປັນຄົນຮັ່ງມີ, ມີເງິນຫຼາຍ
ແຕ່ຊີວິດອີກດ້ານຂອງເພິ່ນ ໃຊ້ຊີວິດແບບພໍພຽງ, ປູກຝັງ ເຮັດສວນຄົວ ໄວ້ກິນເພື່ອສຸຂະພາບທີ່ດີ ເພາະດິນເຮືອນກວ້າງຂວາງ ແບ່ງໃຫ້ລູກຫຼານໄດ້ປູກແນວພັນພືດຕ່າງໆ ເປັນກິດຈະກຳຄອບຄົວທີ່ແບບເຮົາອາດນຶກບໍໍ້ເຖິງວ່າ ຄົນທີ່ເຂົາມີຂະໜາດນີ້ ຊື້ກິນກໍງ່າຍກວ່າ
ແຕ່ສຳລັບທ່ານ ປັນຍາແລ້ວ ກິນສິ່ງທີ່ຕົ້ນເອງປູກ ແລະ ສ້າງເອງດີກວ່າ ບໍຈຳເປັນຕ້ອງໃຊ້ເງິນຊື້ສິ່ງທີ່ອາດຈະດີ ມີລາຄາ ແຕ່ຄວາມຈິງເຮົາບໍອາດຮູ້ໄດ້ວ່າມັນດີແທ້ຫຼືບໍ່
.
ຕໍ່ໃຫ້ມີເງິນຫຼາຍ ແຕ່ການໃຊ້ເງິນມັນບໍ່ແມ່ນຄວາມສຸກທີ່ແທ້ຈິງ ມັນເປັນພຽງຕົ້ນທຶນຂອງຊີວິດ ມີຫຼາຍ ກໍມີມື້ໝົດໄດ້ ຫາກບໍ່ຮູ້ຈັກໃຊ້ ແລະ ເກັບໄວ້
.