
ຊົມເຊີຍ! 12 ມື້ແລ້ວ ຫວຽດນາມບໍ່ພົບຜູ້ຕິດເຊື້ອໂຄວິດ ແລະ ປີ່ນປົວຫາຍດີແລ້ວກວ່າ 200 ຄົນ
28th April 2020ຫວຽດນາມລາຍງານບໍ່ພົບຜູ້ຕິດເຊື້ອເພີ່ມໃນໄລຍະເວລາຕິດຕໍ່ກັນ 12 ວັນແລ້ວ, ມີຈໍານວນຜູ້ຕິດເຊື້ອທັງໝົດ 270 ກໍລະນີ ໃນນັ້ນໄດ້ຮັບການປີ່ນປົວຫາຍດີແລ້ວມີ 222 ຄົນ.
ຫວຽດນາມລາຍງານບໍ່ພົບຜູ້ຕິດເຊື້ອເພີ່ມໃນໄລຍະເວລາຕິດຕໍ່ກັນ 12 ວັນແລ້ວ ຕາມການລາຍງານຂອງຄະນະກໍາມະການແຫ່ງຊາດເພື່ອເຝົ້າລະວັງ ແລະ ຕ້ານພະຍາດໂຄວິດ-19 ໃນເວລາ 6 ໂມງ 00 ຂອງວັນທີ 28 ເມສານີ້.
ຄະນະກໍາມະການດັ່ງກ່າວຍັງໄດ້ລາຍງານວ່າ: ປັດຈຸບັນ ມີຈໍານວນ 45.466 ຄົນ ຍັງຢູ່ໃນສູນກັກຕົວເພື່ອກວດຫາເຊື້ອພະຍາດດັ່ງກ່າວ ແລະ ມີຈໍານວນຜູ້ຕິດເຊື້ອທັງໝົດ 270 ກໍລະນີ ໃນນັ້ນໄດ້ຮັບການປີ່ນປົວຫາຍດີແລ້ວມີ 222 ຄົນ. ສວ່ນຜູ້ຕິດເຊື້ອຈໍານວນ 48 ຄົນ ຍັງສືບຕໍ່ປີ່ນປົວຢູ່ໂຮງໝໍ. ສໍາລັບຜູ້ປ່ວຍທີ່ຍັງເຫລືອແມ່ນສືບຕໍ່ປີ່ນປົວຮັກສາຢູ່ໃນໂຮງໝໍ 8 ແຫ່ງ.
ທີ່ມາ: ປະເທດລາວ