
2 ພາກສ່ວນຮ່ວມກັນມອບຜ້າອັດປາກ ໃຫ້ຄະນະກໍາມະການສະເພາະກິດ ຕ້ານພະຍາດໂຄວິດ
28th April 2020ວັນທີ 27ເມສາ2020, #ຫ້ອງການສະຫະພັນແມ່ນຍິງແຂວງຈຳປາສັກ ຮ່ວມກັບທ່ານ ນາງ ແກ່ນຈັນ ບຸດດາວົງ ປະທານ#ກຸ່ມບໍລິສັດຫົງຄຳພາກໃຕ້ ໄດ້ນຳເອົາຜ້າອັດປາກທີ່ຜະລິດເອງ ຈໍານວນ 2.000 ອັນ ມູນຄ່າ 15 ລ້ານກີບ ມອບໃຫ້ແກ່ ຄະນະກຳມະການສະເພາະກິດຕ້ານພະຍາດໂຄວິດ19 ຂັ້ນແຂວງ
ເພື່ອນຳໄປແຈກຢາຍໃຫ້ເຈົ້າໜ້າທີ່ ແລະ ແພດໝໍ ຜູ້ປະຕິບັດໜ້າທີ່ສະກັດກັ້ນ, ກັນການລະບາດ ແລະ ຄວບຄຸມພະຍາດໂຄວິດພາຍໃນແຂວງ ແລະ ມອບໃຫ້ປະຊາຊົນຢູ່ໃນເຂດທີ່ມີຄວາມຈຳເປັນອື່ນໆ.
ພິທີມອບ-ຮັບ ຜ້າອັດປາກ ຄັ້ງນີ້ ຈັດຂຶ້ນຢູ່ຫ້ອງວ່າການແຂວງ ມອບໂດຍ ທ່ານ ນາງ ວາດສະໜາ ສີລິມາ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ນາງແກ່ນຈັນ ບຸດດາວົງ ປະທານກຸ່ມບໍລິສັດຫົງຄຳພາກໃຕ້. ຮັບໂດຍທ່ານ ປະລິນຍາເອກ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ປະທານຄະນະກໍາມະການສະເພາະກິດ ຕ້ານພະຍາດໂຄວິດ ຂັ້ນແຂວງ ໂດຍມີການນໍາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.