
ເຖິງທ້ອງຈະໃຫຍ່ ກໍເຕັ້ນໄດ້ ໃບເຕີຍ ອາສະຫຍາມ ພາລູກເຕັ້ນຕັ້ງແຕ່ຢູ່ໃນທ້ອງ
24th April 2020ບໍ່ຖິ້ມຄວາມເປັນໃບເຕີຍ ອາສະຫຍາມ ນັກຮ້ອງລູກທົ່ງໄທ ສາຍາ ບໍ່ສັ້ນສະເໝີຫູຢ່າເອີ້ນໜູໃບເຕີຍ, ສາວທີ່ງາມ ແລະ ເຊັກຊີ້ແບບສະບັບເພິ່ນ
ທີ່ຫຼັງຈາກແຕ່ງດອງກັບແຟນໜຸ່ມຢ່າງ ດີເຈແມນ ແລະ ກໍກຳລັງກຽມເກີດທາຍາດໃບເຕີຍນ້ອຍ, ແມນນ້ອຍອອກມາ ຕາມທີ່ກວດແມ່ນໄດ້ລູກສາວ ເຊິ່ງກໍຖ້າລຸ້ນກັນວ່າຈະໜ້າຮັກໜ້າຊັງພຽງໃດ
ຫຼ້າສຸດ ສາວໃບເຢູ່ເຮືອນ ກໍຕ້ອງຫາຫຍັງເຮັດເພື່ອໃຫ້ຜ່ອນຄາຍ ເພາະການເປັນແມ່ມານເຂົາບໍ່ໃຫ້ຄຽດ ກັງວົນ, ກໍຄືຄົນທົ່ວໄປທີ່ຫຼິ້ນແອັບ ຕິກຕ໋ອກ ວ່າທີ່ແມ່ ຢ່າງສາວໃບເຕຍກໍບໍ່ພາດທີ່ຈະຫຼິ້ນ ແລະ ເຕັ້ນໂຊເບົາໆຕາມຈັ່ງຫວະເພງ
.
.
ແບບເບົາທເດີ້ ເພາະຈະເຕັ້ນແຮງໆແບບຕອນເປັນສາວຄົງບໍ່ທັນໄດ້ເທື່ອ 55 ຂາແດ໊ນນະເນາະຕໍ່ໃຫ້ທ້ອງໃຫຍ່ກໍຍັງຄົງຢາກເຕັ້ນຢູ່ແຫຼະ ແອັດມິນຄືກັນ ເປັນຂາແດ໊ນໃ,໊ ບໍ່ແມ່ນແມ່ມານ ພ່າມໆ…
.
ຈາກ: ຊຸບຊິບບັນເທີງ