
ໜ້າຫ່ວງຢູ່ແບບນິ ແພດກວດພົບ ຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການໃດໆເລີຍ
22nd April 2020ໂຄວິດ19 ເປັນເຊື້ອພະຍາດທີ່ມີການກາຍພັນໄວ ສິ່ງທີ່ອັນຕະລາຍຄືຜູ້ຕິດເຊື້ອທີ່ມີການແຜ່ຕໍ່ໄດ້ແຕ່ບໍ່ສະແດງອາການ ເຊິ່ງໄດ້ກວດພົບກວມເອົາອັດຕາສ່ວນບໍ່ໜ້ອຍ ຕາມຂ່າວຫຼ້າສຸດຈາກທ່ານ ຮສ.ດຣ. ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ທັງເປັນປະທານສະມາຄົມແພດພະຍາດຊືມເຊື້ອລາວ ໄດ້ອອກມາເປີດເຜີຍ ແລະ ຢັ້ງຢືນຂໍ້ມູນແລ້ວວ່າ: ວົງການແພດກວດພົບ ຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການຫຼາຍ ດັ່ງນັ້ນຈຶ່ງຈະເຮັດໃຫ້ຄົນຕິດເຊື້ອພະຍາດດັ່ງກ່າວນີ້ຫຼາຍຂຶ້ນໃນຕໍ່ໜ້າ.
ຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບກ່າວອີກວ່າ: ຈາກວົງການການແພດສາກົນ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ມີຫຼາຍຄົນທີ່ຕິດເຊື້ອແລ້ວບໍ່ມີອາການສະແດງອອກ 78% ຂອງຜູ້ຕິດເຊື້ອໂຄວິດແມ່ນຈະບໍ່ສະແດງອາການເຊັ່ນ: ບໍ່ມີໄຂ້, ກວດອຸນຫະພູມບໍ່ຂຶ້ນ, ບໍ່ປວດໂຕ, ບໍ່ມີອາການເຈັບຄໍ ແລະ ອອກອາການອື່ນໆ ຄືກັບບາງຄົນທີ່ສະແດງ.
ກຸ່ມຜູ້ຕິດເຊື້ອທີ່ບໍ່ມີອາການສະແດງອອກຄືໄພອັນຕະລາຍທີ່ທຸກຄົນຄວນລະວັງ ແລະບໍ່ຄວນຖືເບົາບໍ່ຄວນປະໝາດ ຄືທີ່ປະຊາຊົນຫຼານຄົນມັກເວົ້າວ່າ ບໍເປັນຫຍັງດອກຄົນກັນເອງເຫັນກັນທຸກມື້ ນັ້ນບໍ່ແມ່ນຂໍ້ຄວນປະຕິບັດສຳລັບໄລຍະນີ້ ເພາະບໍ່ອາດມີໃຜຮູ້ໄດ້ວ່າໄປຮັບເອົາເຊື້ອມາຕອນໃດ ສະນັ້ນຈິ່ງຢາກໃຫ້ທຸກຄົນຖືຄຳສັ່ງ 06/ນຍ ເປັນບັນຫາສຳຄັນ, ເຖິງວ່າກວດບໍ່ພົບຄົນຕິດເຊື້ອໃນ ສປປ ລາວ ເພີ່ມກໍ່ຕາມຕ້ອງປ້ອງກັນໄວ້ດີກວ່າແກ້.
ແມ່ນຢູ່ວ່າທຸກຄົນຕ້ອງການຕ້ອງໃຊ້ ແຕ່ຖ້າຊີວິດຍັງເຮົາຫາເອົາວັນໜ້າຍັງໄດ້ດີກວ່າເອົາຊີວິດໄປສ່ຽງ ທັງທີ່ສາມາດຫຼີກລ່ຽງໄດ້ ຂໍຝາກໄວ້ໃຫ້ເປັນຂໍ້ຄິດຂອງທຸກຄົນ ໄປໃສມາໃສຢ່າລືມຮັກສາໄລຍະຫ່າງທາງສັງຄົມ ຫາກຈຳເປັນຕ້ອງເຂົ້າເຂດຊຸມຊົນແອອັດກໍ່ຕ້ອງສວມໃສ່ຜ້າອັດປາກທຸກຄັ້ງ ເພື່ອຄວາມປອດໄພ ຂອງຕົວທ່ານເອງ ແລະຄົນໃກ້ຊິດ.
.
ຈາກເ ຊຸບຊິບບັນເທີງ