
ບໍ່ພົບຜູ້ຕິດເຊື້ອເພີ່ມ ແຕ່ມີຜູ້ປິ່ນປົວດີເພີ່ມອີກ 2 ຄົນ ລວມເປັນ 4 ຄົນແລ້ວທີ່ໄດ້ກັບເຮືອນ … ຊົມເຊີຍ
22nd April 2020ຄະນະສະເພາະກິດຖະແຫຼງຂ່າວໃນວັນນີ້ 22 ເມສາ 2020: ຍອດຜູ້ປ່ວຍຕິດເຊື້ອ COVID-19 ທັງໝົດ 19 ຄົນ (ເພີ່ມຂື້ນ 00 ຄົນ), ຍອດຜູ້ປ່ວຍປິ່ນປົວຫາຍຂາດ 04 ຄົນ (ເພີ່ມຂື້ນ 02 ຄົນ) ແລະ ຍັງສືບຕໍ່ນອນຮັກສາປິ່ນປົວຢູ່ໂຮງໝໍ 15 ຄົນ (10 ມື້ແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່ເພີ່ມຂື້ນ).”
ມື້ກ່ອນນີ້ 20 ເມສາ 2020, ໄດ້ເກັບຕົວຢ່າງຜູ້ປ່ວຍທີ່ນອນຮັກສາຕົວຢູ່ໂຮງໝໍ ເຫັນວ່າມີກໍລະນີຜົນກວດເປັນລົບ ຫຼື ກວດບໍ່ພົບເຊື້ອ COVID-19 (ຄັ້ງທີ່ 01) ແລະ ຜົນກວດຊໍ້າ (ຄັ້ງທີ່ 02) ໃນວານນີ້ 21 ເມສາ 2020, ໂດຍໃສການຖະແຫຼງຂ່າວມື້ນີ້ 22 ເມສາ 2020 ມີຜູ້ປ່ວຍປິ່ນປົວຫາຍຂາດເພີ່ມຂື້ນ 02 ຄົນ (ແຂວງຫຼວງພະບາງ) ຈະໄດ້ອອກໂຮງໝໍ.
ລະບຽບການປ່ອຍຕົວຜູ້ທີ່ໄດ້ປິ່ນປົວຫາຍຂາດຈາກເຊື້ອ COVID-19 ແມ່ນຕ້ອງຜ່ານການວິໄຈຫາເຊື້ອໃນເລືອດເປັນລົບ ຈຳນວນ 02 ຄັ້ງຕິດຕໍ່ກັນ (2×24 ຊົ່ວໂມງ), ເມື່ອຖືກປ່ອຍກັບບ້ານແລ້ວ ຈະຕ້ອງໄດ້ປະຕິບັດການກັກກັນຕົວພາຍໄຕ້ການຊີ້ນຳຂອງແພດຈຳນວນ 14 ວັນແລ້ວ ແລະ ຕ້ອງໄດ້ກັບມາກວດຫາເຊື້ອອີກຄັ້ງສຸດທ້າຍ:
.
1 ວັນທີ 14 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທຳອິດ ແມ່ນກໍລະນີ (12), ນາງ ເພັດມະລີ ມົງຄົນວິໄລ, ອາຍຸ 20 ປີ, ນັກສຶກສາລາວ ຮຽນຢູ່ປະເທດອັງກິດ ປະຊາຊົນ ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ເຂົ້ານອນໂຮງໝໍມິດຕະພາບ ວັນທີ 06 ເມສາ 2020),
2 ວັນທີ 16 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ສອງ ແມ່ນກໍລະນີ (14), ນາງ ສິລິວັນ ສີສົມບັດ, ອາຍຸ 19 ປີ, ນັກສຶກສາລາວ ເດີນມາຈາກປະເທດອັງກິດ, ປະຊາຊົນ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ເຂົ້ານອນໂຮງໝໍມິດຕະພາບວັນທີ 07 ເມສາ 2020),
3 ວັນທີ 22 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ສາມ ແມ່ນກໍລະນີ ທີ່ແຂວງ ຫລວງພະບາງ
4 ວັນທີ 22 ເມສາ 2020, ຜູ້ປິ່ນປົວຫາຍຂາດຄົນທີ່ສີ່ ແມ່ນກໍລະນີ ທີ່ແຂວງ ຫລວງພະບາງ
ທີ່ມາ: Sourioudong Sundara