
ເປີດຮັບສະໝັກລັດຖະກອນໃໝ່ 7 ຕຳແໜ່ງ ເຂົ້າເຮັດວຽກ ຢູ່ກະຊວງສຶກສາທິການ ແລະ ກິລາ
22nd April 2020ເລີ່ມສະໝັກມື້ນີ້ເລີຍ ຫ້ອງກະຊວງສຶກສາທິການ ແລະ ກິລາ ແຈ້ງການປະກາດຮັບສະຫມັກລັດຖະກອນໃຫມ່ ປະຈໍາປີ 2020 ເຖິງບັນດານັກສຶກສາທີ່ຮຽນຈົບຈາກ ພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມສົນໃຈຢາກສະຫມັກເຂົ້າເຮັດວຽກ ຢູ່ກະຊວງສຶກສາທິການ ແລະ ກິລາ ປະຈໍາປີ 2020 ຈໍານວນ 07 ຕໍາແຫນ່ງງານ, ດັ່ງນີ້:
.
1 ສື່ມວນຊົນ 01 ຕໍາແຫນ່ງ
2 ພາສາອັງກິດ.01 ຕໍາແຫນ່ງ
3 ບໍລິຫານທຸລະກິດ 01 ຕໍາແຫນ່ງ
4 ວິທະຍາສາດການກິລາ 01 ຕໍາແຫນ່ງ
5 ເລຂານຸການ 01 ຕໍາແຫນ່ງ
6 ຄູອະນຸບານ 01 ຕໍາແຫນ່ງ
7 ພົວພັນຕ່າງປະເທດ 01 ຕໍາແຫນ່ງ
ດ້ວຍເງື່ອນໄຂຕາມນີ້
1 ນັກສຶກສາທີ່ຮຽນຈົບຈາກສະຖາບັນ, ມະຫາວິທະຍາໄລ ທີ່ໄດ້ຮັບປະກາສະນີຍະບັດແດງ ຫຼື ຄະແນນສະເລ່ຍ 3.50 ຂຶ້ນໄປ, ຜູ້ທີ່ຈົບປະລິນຍາໂທ ຫຼື ປະລິນຍາເອກ: (ສໍາລັບ ເລຂານຸການ, ວິຊາຊີບຊັ້ນສູງ ຫຼື ທຽບເທົ່າ – ຂຶ້ນໄປ);
2 ຖືສັນຊາດລາວໂດຍກໍາເນີດ ຫຼື ໄດ້ຮັບສັນຊາດລາວແຕ່ 3 ປີ ຂຶ້ນໄປ;
3 ມີອາຍຸ 18 – 35 ປີ;
4 ມີມະນຸດສໍາພັນດີ, ບໍ່ເຄີຍຖືກຕ້ອງໂທດ ຫຼື ຖຶກປະຕິບັດວິໄນໃດໆມາກ່ອນ ແລະ ມີຄວາມຕັ້ງໃຈຢາກປະກອບ – ສ່ວນເຂົ້າໃນການພັດທະນາວຽກງານ ການສຶກສາ ແລະ ກິລາ ຢ່າງແທ້ຈິງ;
5 ມີສຸຂະພາບແຂງແຮງຄື (ທາງດ້ານຮ່າງກາຍ ແລະ ຈິດໃຈ).
.
ສ່ວນການເປີດຮັບສະຫມັກ ເລີ່ມແຕ່ວັນທີ 22 ເມສາ-08 ພຶດສະພາ 2020 (ຕາມໂມງລັດຖະການ); ຜູ້ສະຫມັກໃຫ້ມາພົວພັນເຂົ້າແບບຟອມດ້ວຍຕົນເອງ ທີ່ກົມຈັດຕັ້ງ ແລະ ພະນັກງານ (ຫ້ອງ 105), ກະຊວງສຶກສາທິການ ແລະ ກິລາ ເບີໂທຕິດຕໍ່: 021 216018, 020 55410505, 020 54539512.
.
ສຳລັບການສອບເສັງດຄັດເລືອກ, ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ່ 13 – 14 ພຶດສະພາ 2020 ທີ່ ກະຊວງສຶກສາທິການແລະ ກິລາ;
ຫມາຍເຫດ: ຜູ້ທີ່ມາສະຫມັກໃຫ້ຖືປະກາສະນີຍະບັດ ແລະ ໃບຄະແນນມາພ້ອມ ເພື່ອກວດກາວິຊາສະເພາະ ໃຫ້ຖືກຕ້ອງ ຕາມຕໍາແຫນ່ງງານທີ່ຕ້ອງການ.