
ບໍລິສັດ ຢູນິລີເວີ ປະຈຳປະເທດລາວ ບໍລິຈາກຫລາຍກວ່າ 139 ລ້ານກີບ ແກ່ບຸກຄະລາກອນທາງການແພດ
22nd April 2020ບໍລິສັດ ຢູນິລີເວີ ປະຈຳປະເທດລາວ ບໍລິຈາກຫລາຍກວ່າ 139 ລ້ານກີບ ແກ່ບຸກຄະລາກອນທາງການແພດ ຂອງ ກະຊວງ ສາທາລະນະສຸກ ເພື່ອຕໍ່ສູ້ກັບພະຍາດ ໂຄວິດ19
.
ຫົວໜ້າຫ້ອງການ ກະຊວງ ສາທາລະນະສຸກ ທ່ານ ດຣ. ເນົາບຸດຕາ ໄດ້ໃຫ້ກຽດເປັນປະທານ ຮັບມອບສິນຄ້າ ບໍລິໂພກ ອຸປະໂພກຈາກ ບໍລິສັດ ຢູນິລີເວີ ປະຈຳປະເທດລາວ ຊຶ່ງເປັນມູນຄ່າ 136, 936, 282 ກີບ ເພື່ອສົ່ງມອບໃຫ້ແກ່ ບຸກຄະລາກອນທາງການແພດ ຜ່ານກະຊວງສາທາລະນະສຸກເພື່ອຕໍ່ສູ້ກັບພະຍາດໂຄວິດ19.
ສິນຄ້າໃນການບໍລິຈາກທັງໝົດໃນຄັ້ງນີ້ ເປັນຈຳນວນ 526 ແກັດ ຊຶ່ງລວມມີ ສະບູກ້ອນ ຊິຕຣ້າ ຈຳນວນ 115 ແກັດ, ຢາຖູແຂ້ວ ໂຄສອັບ ຈຳນວນ 100 ແກັດ, ຄະນໍ ໂຈ໊ກ ຈຳນວນ 160 ແກັດ, ສະບູຝຸ່ນ ໂອໂມ 30 ແກັດ, ນ້ຳຢາລ້າງຈານ ຊັນໄລ 60 ແກັດ ແລະ ພອນສ໌ 61 ແກັດ.
.
ປະຈຸບັນ ຈຳນວນຜູ້ຮັບເຊື້ອໂຄວິດ19 ໃນ ສປປ ລາວ.ແມ່ນຢູ່ທີ່ 14 ຄົນ ຊຶ່ງມີແນວໂນ້ມເພີ່ມຂຶ້ນເລື້ອຍໆ. ເຖິງແມ່ນວ່າ ຈຳນວນຜູ້ຕິດເຊື້ອຈະຍັງບໍ່ສູງເມື່ອທຽບກັບປະເທດອື່ນໆໃນຂອບເຂດໃກ້ຄຽງ ແຕ່ທຸກພາກສ່ວນ ກໍບໍ່ໄດ້ນິ້ງນອນໃຈ, ຕັ້ງໜ້າໃນການເຮັດທຸກວິທີທາງເພື່ອເປັນການສະກັດກັ້ນການລະບາດ ຂອງ ພະຍາດນີ້ ໂດຍສະເພາະ ບຸກຄະລາກອນທາງການແພດ ທີ່ຕ້ອງໄດ້ປະຕິບັດຫນ້າທີ່ຢ່າງຫນັກຫນ່ວງເປັນພິເສດ.
ສະນັ້ນ ໃນນາມ ພາກສ່ວນເອກະຊົນ, ບໍລິສັດ ຢູນິລີເວີ ປະຈຳປະເທດລາວ ກໍຂໍສະແດງຄວາມເປັນຫ່ວງເປັນໄຍ ແລະ ປະກອບສ່ວນເລັກນ້ອຍ ເພື່ອເປັນສ່ວນຫນຶ່ງໃນການສະແດງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ເປັນການປ້ອງກັນ ການລະບາດ ຂອງ ພະຍາດໂຄວິດ 19.