
ມື້ວານນີ້ ໄຟໄໝ້ເຮືອນປະຊາຊົນເສຍຫາຍ 5 ຫຼັງຄາເຮືອນ ແຂວງອຸດົມໄຊ
21st April 2020ເກີດເຫດໄຟໄໝ້ເຮືອນປະຊາຊົນ ຈຳນວນ 5ຫລັງ.
ໃນວັນ 19 ເມສາ 2020 ເວລາ 3ໂມງແລງ ຢູ່ທີ່ບ້ານສະກົວ, ເມືອງນາຫມໍ້, ແຂວງອຸດົມໄຊ ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນເສຍຫາຍ ຈຳນວນ 5ຫຼັງຄາເຮືອນ. ຊຶ່ງເປັນພາບຄວາມເສຍຫາຍທີ່ບໍ່ເຄີຍເກີດມາກ່ອນ.
ສ່ວນສາເຫດຂອງການເກີດໄຟໄໝ້ ແລະ ຄວາມເສຍຫາຍ ຍັງຢູ່ໃນການສືບສວນ-ສອບສວນ ແລະ ປະເມີນຄວາມເສຍຫາຍຂອງເຈົ້າໜ້າທີ່.
.
.
ຈາກ: Vte9 Channel ໂທລະພາບນະຄອນຫຼວງວຽງຈັນ