
ດ່ວນ! ສືບຕໍ່ໂຈະການໃຫ້ບໍລິການອິນເຕີເນັດ ທົ່ວນະຄອນຫຼວງວຽງຈັນ
20th April 2020ອີງຕາມແຈ້ງການ ຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ນະຄອນຫຼວງວຽງຈັນ ເລື່ອງ ໃຫ້ສືບຕໍ່ໂຈະການໃຫ້ບໍລິການຮ້ານອິນເຕີເນັດກາເຟ ທົ່ວນະຄອນຫຼວງວຽງຈັນ ສະບັບເລກທີ 242/ພປທສ, ລົງວັນທີ 20 ເມສາ 2020 ໃຫ້ຮູ້ວ່າ: ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວມຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ ໃຫ້ມີປະສິດຜົນດີ. ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານທຸກພາກສ່ວນຊາບວ່າ:
ໃຫ້ບັນດາຮ້ານອິນເຕີເນັດກາເຟ ສືບຕໍ່ໂຈະການໃຫ້ບໍລິການອິນເຕີເນັດ ທົ່ວນະຄອນຫຼວງວຽງຈັນ ຕາມແຈ້ງການຂອງຫ້ອງການກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 686/ຫກຊ.ກຕຂ, ລົງວັນທີ 30 ມີນາ 2020 ແລະ ແຈ້ງການຂອງພະແນກ ປທສ ນະຄອນຫຼວງວຽງຈັນ ສະບັບເລກທີ 216/ພປທສ, ລົງວັນທີ 26 ມີນາ 2020 ຢ່າງເຂັ້ມງວດ ຈົນກວ່າຈະມີການປ່ຽນແປງ.
ດັ່ງນັ້ນ, ຈິ່ງແຈ້ງການມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດດ້ວຍ.
.