
ສົມຈິດ ຈົງຈໍຫໍ ນັກມວຍ ແລະ ຄົນບັນເທີງໄທ ເລື່ອນຍົດ ຈາກຮ້ອຍເອກເປັນພັນຕີ ຍິນດີນຳ
19th April 2020ເປັນເລື່ອງໜ້າຍິນດີອີກເລື່ອງ ດີເມື່ອ ສົມຈິດ ຈົງຈໍຫໍ ນັກມວຍ ຫຼື ນັກສະແດງໄທ ທີ່ເຮົາຄົນບັນເທີງກໍຄົງຮູ້ຈັກດີ
ໄດ້ປະສົບຜົນສຳເລັດສູງສຸດໃນການຊົກມວຍຄືຄວ້າແຊມຫຼຽນທອງ (ຄຳ) ໂອແລມປິກປີ 2008 ທີ່ປັກກິ່ງ ປະເທດຈີນ
ນອກນັ້ນກໍໄດ້ຮັບກຽດຕິຍົດ ຈາກການຊົກມວຍສາກົນສະໝັກເລັ່ນມາແລ້ວຢ່າງດຸເດືອດ ແລະ ໜັກໜ່ວງ ໃນລລາຍການ ເວີແຊມປຽນຊິບ (ຫຼຽນທອງຄຳ 2003, ຫຼຽນເງິນ 2007), ເອຊ້ຽນເກມ (ຫຼຽນທອງຄຳ 2002, ຫຼຽນເງິນ 2006), ຊີເກມ (ຫຼຽນທອງ 1999, ຫຼຽນທອງຄຳ 2001, ຫຼຽນທອງຄຳ 2003, ຫຼຽນທອງຄຳ 2007)
ສົມຈິດ ເຄີຍຊົກມວຍໄທ ໃຊ້ຊື່ ວິລາໄຊ ວ.ປີຊາ ກ່ອນພ່າຍນ໊ອກຖືກເຕະກະດູກໃນໄຟ໊ສຸດທ້າຍ ແລ້ວຫັນມາຊົກມວຍສາກົນສະໝັກຫຼິ້ນຈິງຈັງ ຈົນຕິດທີມຊາດ ເປັນໜຶ່ງໃນຄວາມຫວັງກຳປັ້ນທີມຊາດໄທ.
.
ແຕ່ຕ້ອງປະສົບຄວາມຜິດຫວັງໃນໂອແລມປິກແກມ 2004 ທີ່ กรีซ ຈົນຕ້ອງຜິດຫວັງນັ່ງຮ່ອງໄຫ້ໃນຫ້ອງ ກ່ອນຈະມາໄດ້ແຊມ ໂອແລມປິກປີ 2008 ທີ່ປັກກິ່ງ ປະເທດຈີນ ຈາກນັ້ນກໍຫັນຫຼັງໃຫ້ວົງການມວຍ ເຂົ້າສູ່ວົງການບັນເທີງ ດ້ວຍຄວາມເຮຮາ ຕາຫຼົກ ພ້ອມທັງເປັນຂ້າລາດສະການ
ແລະ ປັດຈຸບັນປະສົບຄວາມສຳເລັດໃນໜ້າທີ່ການງານ ໄດ້ຮັບການເລື່ອນຍົດຈາກຮ້ອຍເອກ ເປັນພັນຕີ ຢ່າງເປັນທາງການ ຍິນດີນຳເດີ້
ຈາກ: ຊຸບຊິບບັນເທີງ