
ສິ້ນສຸດ ການລໍຄອຍ ແມັດທິວ-ລີເດຍ ກັບເຮືອນໄດ້ ເຊົາເປັນໂຄວິດແລ້ວ
18th April 2020ນັບເປັນຂ່າວດີສຳລັບວົງການບັນເທີງໄທ ສຸດໆ ເມື່ອ ຄູ້ຮັກຢ່າງ ລີເດຍ ແມັດທິວ ດາລາ ນັກສະແດງ ຄົນດັງຂອງປະເທດໄທ ທີ່ຕິດເຊື້ອໂຄວິດ ແລະ ຮັບການຮັກສາມາດົນຫຼາຍກວ່າ 30 ມື້
ປັດຈຸບັນອອກຈາໂຮງໝໍແລ້ວເດີ້ … ດີໃຈນຳ ໄດ້ເຫັນລູກໆແລ້ວ…
ທັງສອງຄົນ ອອກຈາກໂຮງໝໍ ມື້ນີ້ 18 ເມສາ 2020 ພວກເຂົາໂພສວ່າ
ຫຼັງຈາກຮັກສາໂຕມາດົນຫຼາຍກວ່າ 30 ມື້ ຕອນນີ້ເຮົາປອດໄພແລ້ວ ແລະ ເຮົາສອງຄົນໄດ້ກັບມາຢູ່ເຮືອນເປັນທີ່ຮຽບຮ້ອຍ
ພ້ອມເຮັດຕາມຄຳແນະນຊາຂອງແພດໝໍຢ່າງເຂັ່ງຄັດ
ເພື່ອຄວາມປອດໄພສູງສຸດ ຂອບໃຈທຸກຄົນທີ່ໃຫ້ກຳລັງໃຈຄອບຄົວພວກເຮົາ
ແມດທິວບອກວ່າ: ຂໍ້ຄວນປະຕິບັດທີ່ແນະນຊາສຳລັບເຮົາ ທ່ານອື່ນທີ່ຮັກສາຫາຍແລ້ວກັບໄປບ້ານ ລວມເຖິງປະຊາຊົນທຸກຄົນຄຶ ຄວນໃສ່ໜ້າກາກອານາໄມຢ່າງຕໍ່ເນື່ອງ, ລ້າງດ້ວຍສະບູ່ດຸໆ ລະວັງລື່ງນ້ຳລາຍ, ນ້ຳມູກ ແລະ ອຸຈະລະ ແລະ ເວັ້ນໄລຍະຫ່າງທາງສັງຄົມ ໝໍແນະນຳໃຫ້ເຮັດຕໍ່ເນື່ອງ ແລະ ຊ່ວຍບຸກຄະລາກອນທາງການແພດເຮັດວຽກງ່າຍຂຶ້ນ
ແນວໃດກໍດີໃຈນຳ ແລະ ໃຫ້ເຊົາເລີຍເດີ້ …
.
ຈາກ: ຊຸບຊິບບັນເທີງ