
ດ້ວຍຄວາມຫ່ວງໄຍ! ທັກສິນ ຊິນນະວັດ ອະດີດນາຍົກໄທ ສົ່ງເຈວລ້າງມືແຈກຢາຍປະຊາຊົນ
17th April 2020ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ ສົ່ງເຈວລ້າງມື ແຈກຢາຍຫຼາຍພື້ນທີ່ຜ່ານ ສສ ເພື່ອໄທ ຫຼາຍຈັງຫວັດ,ຈັງຫວັດລະໝື່ນກວ່າຂວດ ແບ່ງເປັນພື້ນທີ່ຫຼາຍຮ້ອຍຂວດ.
ວັນທີ 15 ເມສາ 2020 ທີ່ລັດຖະສະພາ ທ່ານ ສົມຄິດ ເຊື້ອຄົງ ສສ ອຸບົນລາດຊະທານີ ພັກເທື່ອໄທ ໄດ້ນຳເອົາເຈວລ້າງມືມາແຈກຢາຍໃຫ້ສື່ມວນຂົນ ທີ່ລັດຖະສະພາ ເຊິ່ງເຈວແອລກໍຮໍດັ່ງກ່າວ ບັນຈຸໃສ່ຂວດໃສ ເປັນແອລກໍຮໍລ້າງມື 75% ໂດຍມີພາບຂອງທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ພ້ອມຂໍ້ຄວາມ “ເປັນຫ່ວງພີ່ນ້ອງຊາວໄທ ຈາກໃຈທັກສິນ ຊິນນະວັດ ນາຍົກຄົນທີ 23”.
ທັງນີ້, ທ່ານ ສົມຄິດ ຍັງກ່າວວ່າ: ທ່ານ ທັກສິນ ຮູ້ສຶກເປັນຫ່ວງເປັນໄຍປະຊາຊົນຄົນໄທທຸກຄົນ ເນື່ອງຈາກຂະນະນີ້ ເກີດບັນຫາຜ້າປິດປາກ ແລະ ເຈວລ້າງມືແອງກໍຮໍຂາດແຄນ ຈຶ່ງມອບເງິນຈຳນວນໜຶ່ງ ເພື່ອຊ່ວຍເຫຼືອປະຊາຊົນຜ່ານ ສສ. ພັກເທື່ອໄທ ທົ່ວປະເທດ ເພື່ອຈັດຫາເຈວລ້າງມືມາແຈກຢາຍໃຫ້ກັບປະຊາຊົນ ພື້ນທີ່ລະ 100-200 ຂວດ.
ແຕ່ສຳລັບພາກອີສານ ທ່ານ ສົມພົງ ອຳຣະວິວັດ ສສ, ຊຽງໃໝ່ ແລະ ຫົວໜ້າພັກເທື່ອໄທ ລວມທັງທ່ານ ກຽງ ກັບຕິນັນ ຮອງຫົວໜ້າພັກເທື່ອໄທ ໄດ້ຮ່ວມກັນສົມທົບເງິນອີກຈຳນວນໜຶ່ງ ແລະ ທະຍອຍແຈກຢາຍໄປແລ້ວໃນ 3 ຈັງຫວັດຄື: ອຸບົນລາດຊະທານີ, ຍະໂສທອນ ແລະ ອຳນາດຈະເລີນ ຈັງຫວັດລະ 15.000 ຂວດ. ເພາະພື້້ນທີ່ ພາກອີສານຂາດແຄນຫຼາຍ ຫຼື ຖ້າມມີຈຳໜ່າຍລາຄາກໍ່ຂ້ອນຂ້າງແພງຫຼາຍ ເຊິ່ງເຫດນີ້ຄືຄວາມຫ່ວງໄຍຈາກທ່ານ ທັກສິນ ຂະນະທີ່ພາກອື່ນໆນັ້ນ ສສ ເພື່ອໄທ ກໍ່ຈະທະຍອຍແຈກຢາຍໃຫ້ກັບປະຊາຊົນເຊັ່ນດຽວກັນ.