
ເສຍໃຈນໍາເດີ້ ຕ່າຍ ອໍລະໄທ ກັບການຈາກໄປຂອງແມ່ຕູ້ ຟັງເພງ ຝາກເພງເຖິງບາຍ ຍິ່ງນ້ຳຕາໄຫຼ
16th April 2020ຂໍສະແດງຄວາມໄວ້ອາໄລ, ເສຍໃຈນຳສາວ ຕ່າຍ ອໍລະໄທ ນັກຮ້ອງລູກທົ່ງຂວັນໃຈມວນຊົນໄທ ກັບການສູນເສນເສຍຍາຍ ຫຼື ແມ່ຕູ້ໄປໃນຕອນຫົວຄ່ຳມື້ວານນີ້ 15 ເມສາ 2020
ສາວຕ່າຍໄດ້ໂພສຄວາມໃນໃຈວ່າ:
ຍາຍຄືທຸກສິ່ງ
ຖືເປັນການສູນເສຍຄັ້ງໃຫຍ່ໃນຊີວິດຂອງຕ່າຍ ຄຸນຍາຍຈາກໄປຢ່າງສະຫງົບ ເມື່ອຫົວຄ່ຳວານນີ້ ດ້ວຍໂລກສະລາ ລວມອາຍຸໄດ້ 107 ປີ
(ບໍ່ໄດ້ເສຍໃຈຈົນຟູມຟາຍ ຮູ້ແຄ່ວ່າຈຳຄວາມໄດ້ຢູ່ກັບຍາຍມາຕະຫຼອດ ຈົນປີນີ້ 40 ປີແລ້ວ ມັນແອບແຄວ່ງໆ ແກວ້ງໆ ໃນໃຈນະຄະ ຍາຍໃຫ້ກຳລັງໃຈໜູໜ່ອຍນ່າ)
ເຖິງລ່າຍາຍຈະບໍ່ໄດ້ເປັນຜູ້ກຳເນີດ ແຕ່ຕ່າຍກໍຜູກພັນກັບຍາຍ ແລະ ຮັກຄືແມ່ ແລະ ຖືກດູແລດ້ວຍຄວາມຮັກ ຄວາມເຂົ້າໃຈມາຕະຫຼອດ
ຍາຍພາປະຕິບັດໃນສິ່ງທີ່ດີທີ່ໂບລານປູກຝັງ ແຕ່ຄວາມຄິດຄວາມອ່ານຍາຍທັນສະໄໝ ບໍ່ເຄີຍປິດກັ້ນ ໃຫ້ລູກຫຼານຮູ້ຈັກເອົາໂຕລອດ ໃຫ້ຄິດດີ ແລະ ທຳດີ ເຮັດໃນສິ່ງທີ່ເປັນປະໂຫຍດຕໍ່ຜູ້ອື່ນ ເພາະຄວາມເຢັນຂອງຈິດໃຈ ການເຮັດໃຫ້ເປັນແບບຢ່າງ ເຖິງເຮັດໃຫ້ຕ່າຍເປັນຕ່າຍຄົນນີ້ ເປັນຄົນອົດທົນ ໃນທຸກສັບພະສິ່ງຈົນເຖິງທຸກມື້ນີ້
ບໍ່ໄດ້ເຂັ້ມແຂງທຸກເລື່ອງ ແຕ່ກໍເຮັດໃຫ້ເດັກນ້ອຍຄົນນີ້ເຂົ້າໃຈທີ່ຈະຮຽນຮູ້ ແລະ ຜ່ານຄວາມອ່ອນແອໄປໃຫ້ໄດ້ ເພາະຍາຍຄືກຳລັງໃຈ ແມ້ແຕ່ສຸດທ້າຍທີ່ຍາຍຈະຂາກໄປ ຍາຍຍັງສະແດງໃຫ້ເຫັນເຖິງການມີສະຕິ ແລະ ການກຽມຕົວຂອງບາຍ
ພວກເຮົາກຽມໃຈມາຕະຫຼອດ ເພາະມີຫຼາຍເທື່ອທີ່ຍາຍປ່ວຍໜັກເຂົ້າໂຮງໝໍ ແຕ່ທຸກເທື່ອຍາຍກໍຍັງແຂງແຮງຢູ່ເປັນຮົ່ມໂພ, ຮົ່ມໄຊໃຫ້ລູກຫຼານ ຈົນເຖິງທຸກມື້ນີ້.
ແຕ່ປ່ວຍໜັກຄັ້ງນີ້ ເຖິງວາລະສຸດທ້າຍຂອງຍາຍແລ້ວແທ້ໆ
ຄວາມຈິງຕ່າຍຮູ້ຢູ່ແລ້ວ ວິນາທີທີ່ຮູ້ບໍ່ໄດ້ຮ້ອງໄຫ້ເລີຍ ແຕ່ຕອນນີ້ນ້ຳຕາມັນໄຫຼ ໄຫຼເປັນທາງ (ດຽວຄົງຢຸກ)
ດີໃຈທີ່ໄດ້ເຮັດບາງຢ່າງຕາມຄວາມປະສົງຂອງຍານ ຈົນສຳເລັດ ແລະ ຄວາມໃຈນໃຈທີ່ຍາຍປາດຖະໜາກ່ອນຈາກໄປ ລູກຫຼານຈະເຮັດຕາມ ບຊ່ຕ້ອງຫ່ວງຫຍັງຍາຍຫຼັບໃຫ້ສະບາຍເລີຍ
ຮັກນະຄະ ຍາຍເຖົ່າ …