
ທັນສະໄໝງ່າຍ, ສະດວກ ຫວຽດນາມໃຊ້ລະບົບ ATM GAO ແຈກເຂົ້າໃຫ້ປະຊາຊົນຟຣີ
16th April 2020ທີ່ຫວຽດນາມ ກໍມີການແຈກເຂົ້າ, ສິ່ງຕ່າງໆເຊັ່ນກັນ ແຕ່ບອກເລີຍວ່າລະບົບ ແລະ ການຈັດການລ້ຳໜ້າສຸດໆ
.
ໃນການແຈກເຂົ້າສານ ປັດຈຸບັນໃຊ້ລະບົບ ATM GAO ຫຼື ເອທີເອັມເຂົ້າ ຂອງໜ່ວຍງານ ເອກກະຊົນ ພາກລັດໃນຮາໂນຍ
ທີ່ໄດ້ແຈກເຂົ້າສານໃຫ້ປະຊາຊົນ ຄົນລະ 1-3 ກິໂລ ໃນຊ່ວງເວັ້ນໄລຍະຫ່າງທາງສັງຄົມ ແລະ ປິດເມືອງເພາະໄວລັດ
ໂດຍຜູ້ທີ່ມາຢືນຖ້າລົງທະບຽນຢືນຫ່າງກັນ ແລະ ກົດ ຫຼື ຫຍຽບປຸ່ມໃຊ້ເກີບ ຫຼື ຖົງຕີນຮອງ ກົດລົງໄປ, ແລ້ວເອົາມືກົດປຸ່ມ ແລ້ວກໍຈະໄດ້ເຂົ້າອອກມາ
.
ງ່າຍ, ສະດວກ, ວ່ອງໄວ ແລະ ໄດ້ທໍ່ກັນ…
.
ຄັກສຸດໆແບບນີ້ນະ
.