
ຊົມເຊີຍ!! ສີສົມບັດ ເຊົ່າສິນເຊື່ອ ປະກາດແຈກໄຂ່, ເຂົ້າສານ, ໝີ່ ໃນຍາມວິກິດໂຄວີດ !!!
15th April 2020ຊົມເຊີຍ!! ສີສົມບັດ ເຊົ່າສິນເຊື່ອ ປະກາດແຈກໄຂ່, ເຂົ້າສານ, ໝີ່ ໃນຍາມວິກິດໂຄວີດ-19 !!!
ບໍລິສັດ ສີສົມບັດ ເຊົ່າສິນເຊື່ອ ປະກາດແຈກຟຣີ! ເຂົ້າສານ,ໄຂ່,ໝີ່ ແລະ ອື່ນໆ…
ຊ່ວຍເຫຼືອພີ່ນ້ອງປະຊາຊົນໃນຊ່ວງວິກິດ, ປະຊາຊົນທ່ານໃດກາຍໄປກາຍມາເຊີນມາຮັບເອົານໍ້າຈິດນໍ້າໃຈທີ່ຄອບຄົວບໍລິສັດສີສົມບັດພວກເຮົາມອບໃຫ້ ຖ້າຫາກທ່ານໃດຕັ້ງໃຈຈະມາພວກເຮົາຂໍແນະນຳໃຫ້ຄອບຄົວໜຶ່ງມາຄົນໜຶ່ງ ເພື່ອບໍ່ໃຫ້ມີການແອອັດເພື່ອປົກປ້ອງສຸຂະພາບຂອງບັນດາທ່ານເອງ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວເຮົາ.
ເລີ່ມແຈກ ວັນທີ 15 ເມສາ 2020 ເວລາ 9 ໂມງເຊົ້າ ເປັນຕົ້ນໄປ ທີ່ ບໍລິສັດ ສີສົມບັດ ເຊົ່າສິນເຊື່ອ ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.