
ດ່ວນ ! ພົບຜູ້ຕິດເຊື້ອໂຄວິດລາຍໃໝ່ 2 ກໍລະນີ ລວມທັງໝົດ18 ຄົນແລ້ວເດີ້ມື້ນີ້ !!!
11th April 2020ດ່ວນ ! ພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່ 2 ຄົນ ພົວພັນ ກັບກໍລະນີ ຜູ້ຕິດເຊື້ອ ຄົນທີ່ 16, ເຮັດໃຫ້ຍອດຜູ້ຕິດເຊື້ອ ທັງໝົດ ໃນປະເທດລາວ ເພີ່ມຂຶ້ນເປັນ 18 ຄົນ !!!
ວັນທີ 11 ເມສາ 2020 ເວລາ 14:30, ທີ່ສູນປະຕິບັດງານ ຄະນະສະເພະກິດ ຕ້ານໂຄວິດ-19 ໄດ້ມີການຖະແຫຼ່ງຂ່າວ ໃຫ້ຮູ້ວ່າ ມາຮອດມື້ນີ້ ໄດ້ກວດພົບ ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ ຈໍານວນ 2 ຄົນ ທັງສອງເປັນເພດຍິງ ປະຈຸບັນ ຢູ່ບ້ານ ໜອງດ້ວງທົ່ງ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ມີປະຫວັດ ສໍາພັດ ກັບຜູ້ຕິດເຊື້ອ ຜູ້ທີ່ 16 ຢູ່ບ້ານ ໜອງດ້ວງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ກາຍເປັນຜູ້ຕິດເຊື້ອ ໂຄວິດ-19 ຢູ່ ສປປ ລາວ ຜູ້ທີ່ 17, 18 ຕາມລໍາດັບ.
ສະຖານະການການແຜ່ລະບາດ ຂອງເຊື້ອໂຄວິດ-19 ໄດ້ແຜ່ລາມໄປ ໃນ 210 ປະເທດ ແລະ ເຂດແຄວ້ນ. ຍອດຜູ້ຕິດເຊື້ອສະສົມ ໃນທົ່ວໂລກ ແມ່ນກໍາລັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີ ເອົາໃຈໃສ່ ຮັກສາບົວລະບັດຕົນເອງ ແລະ ປະຕິບັດຕາມມາດຕະຖານ ຄໍາແນະນໍາ ແລະ ມາດຕະການປ້ອງກັນ ຂອງລັດຖະບານລາວ ວາງອອກ ຢ່າງເຄັ່ງຄັດ.
FM 90