
ຊົມເຊີຍສຸດໃຈ! ເຈົ້າເມືອງແອດ ນຳຜ້າປິດປາກ ແຈກຢາຍປະຊາຊົນຢູ່ຕະຫຼາດໄດ້ຊົມໃຊ້
11th April 2020ທ່າມກາງ ການແພ່ລະບາດຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ເຊິ່ງປັດຈຸບັນ ໄດ້ລະບາດເປັນວົງກວ້າງໃນຫຼາຍປະເທດ, ຂະນະ ສປປ ລາວເອງ ກໍ່ກຳລັງຜະເຊີນກັບເຊື້ອພະຍາດນີ້ຄຸມຄາມເຊັ່ນກັນ ຫຼັງກວດພົບຜູ້ຕິດເຊື້ອແລ້ວ 16 ກໍລະນີ.
*
*
ແຕ່ໃນຄວາມຫຍຸ້ງຍາກແນວນີ້ ກໍ່ໄດ້ເຫັນອີກໜຶ່ງພາບຄວາມປະທັບໃຈ ຄວາມສາມັກຄີຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມບ້ານເມືອງພົບຄວາມຫຍຸຸ້ງຍາກ, ເຊິ່ງພາບຄວາມປະທັບໃຈເຫຼົ່ານີ້ ໄດ້ເກີດຂຶ້ນຢູ່ຕະຫຼາດເມືອງ ແອດ ແຂວງ ຫົວພັນ ໂດຍການນຳເມືອງ ໄດ້ນຳເອົາຜ້າປິດປາກ ນຳມາແຈກຢາຍໃຫ້ປະຊາຊົນ ແລະ ຊາວຄ້າຂາຍໄດ້ຊົມໃຊ້ ເພື່ອປ້ອງກັນພະຍາດ.
*
*
ດ້ວຍຄວາມເປັນຫ່ວງເປັນໄຍຂອງການນຳ ຕໍ່ປະຊາຊົນຊາວເມືອງແອດ ເຊິ່ງໃນວັນທີ 10 ເມສາ 2020 ເຈົ້າເມືອງໆແອດ ໄດ້ນຳເອົາຜ້າປິດປາກອະນາໄມ ມາແຈກຢາຍໃຫ້ມວນຊົນ ແລະ ແມ່ຄ້າຊາວຂາຍຢູ່ຕະຫຼາດເມືອງແອດ ແຂວງຫົວພັນ.
*
*
*
ທີ່ມາ: ຫ້ອງການ ຖວທ ເມືອງແອດ