
ແຮງງານລາວກວ່າ 100 ຄົນ ທີ່ຖືກກັກບໍລິເວນຢູ່ເມືອງວຽງທອງກັບບ້ານແລ້ວ ບໍ່ພົບອາການຫຍັງ14 ວັນ
10th April 2020ໃນທີ່ສຸດ ກະໄດ້ກັບບ້ານແລ້ວ! ດີໃຈນຳເດີ້ ແຮງງາານລາວ ຈຳນວນ 138 ຄົນ ທີ່ຖືກກັກບໍລິເວນຢູ່ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ຄະນະສະເພາະກິດເມືອງ ອະນຸຍາດໃຫ້ກັບບ້ານໄດ້ແລ້ວ ຫຼັງຕິດຕາມເປັນເວລາ 14 ວັນ ເພື່ອກວດພະຍາດໂຄວິດ-19 ທີ່ບໍມີອາການຜິດປົກກະຕິໃດໆ.
ໃນວັນ 9 ເມສາ 2020 ທີມງານຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂອງເມືອງວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ລົງກວດກາ ແລະ ອະນຸຍາດໃຫ້ບຸກຄົນທີ່ຖືກຕິດຕາມກວດກາຢູ່ 3 ສູນກັກກັນຂອງເມືອງຄື: ສູນ ມໍຕົ້ນ ນໍ້າກ້າງ, ມສ ວຽງທອງ ແລະ ມສ ຈອມທອງ ທີ່ກັບມາຈາກຕ່າງປະເທດ.
ຜ່ານການຕິດຕາມກວດກາ ແລະ ແທກອຸນຫະພູມຂອງແຕ່ລະຄົນໃນໄລຍະ 14 ວັນຜ່ານມາເຫັນວ່າບໍ່ມີອາການຜິດປົກກະຕິ ແລະ ບໍ່ມີອາການພະຍາດໂຄວິດ-19. ສະນັ້ນ, ຄະນະສະເພາະກິດ ແລະ ທີມງານແພດປະຈໍາສູນ ຈຶ່ງໄດ້ອະນຸຍາດໃຫ້ອອກເມືອສືບຕໍ່ຕິດຕາມອາການຢູ່ບ້ານຂອງຜູ້ກ່ຽວ ພ້ອມທັງອອກໃບຢັ້ງຢືນໃຫ້ແຕ່ລະຄົນເພື່ອເປັນຫຼັກຖານວ່າຜູ້ກ່ຽວບໍ່ມີອາການພະຍາດໂຄວິດ-19.
ແຕ່ຕ້ອງຈະໄດ້ສືບຕໍ່ປະຕິບັດຕາມຄໍາສັ່ງຂອງຂັ້ນເທີງເປັນຕົ້ນແມ່ນ ຫ້າມຈັດກິດຈະກໍາ ຫຼື ໂຮມຊຸມນຸມຕ່າງໆເປັນຈຸດ, ເປັນກຸ່ມ, ຫ້າມອອກ-ເຂົ້າເມືອງໃນຊ່ວງໄລຍະປິດເມືອງ, ຕ້ອງປະບັດວິທີປ້ອງກັນຢ່າງເຂັ້ມງວດ.
ຖ້າກໍລະນີຫາກມີອາການຜິດປົກກະຕິໃຫ້ກັບມາກວດຄືນ ຫຼື ໂທແຈ້ງປຶກສາ. ການອະນຸຍາດໃຫ້ອອກຄັ້ງນີ້ ມີທັງໝົດ 138 ຄົນ, ຍິງ 114 ຄົນ ແລະ ຍັງມີຈໍານວນໜຶ່ງທີ່ຍັງກໍາລັງຢູ່ໃນໄລຍະຂັ້ນຕອນຕິດຕາມກວດກາວັດແທກອຸນຫະພູມບໍ່ທັນຄົບຕາມກໍານົດເວລາ 14 ວັນ.
ທີ່ມາ: ສະຖານີ-ວິທະຍຸ ເມືອງ ວຽງທອງ