
ຜົນການວິໄຈໃໝ່ ໂຄວິດສາມາດແຜ່ເຊື້ອໄດ້ໄກເຖິງ 20 ແມັດ ຈາກການອອກກຳລັງກາຍ
9th April 2020ໃຜທີ່ອອກກຳລັງກາຍກາງແຈ້ງຄວນອ່ານ !! ອອກກໍາລັງກາຍຢູ່ເຮືອນດີທີ່ສຸດ
ດ້ວຍຜົນການວິໄຈໃໝ່ ຈາກມະຫາວິທະຍາໄລແບນຊິກ ແລະໂຮນລັງ ,ກ່ຽວກັບການແຜ່ກະຈາຍຂອງ COVID-19 ໃນລະຫວ່າງການອອກກຳລັງກາຍ, ບໍ່ວ່າຈະເປັນ: ຄົນຍ່າງ, ແລ່ນ, ປັ່ນລົດຖີບ
ສາມາດແຜ່ລາມການຕິດເຊື້ອໄດ້ໄກກວ່າ 20 ແມັດຕັ້ງແຕ່ເລີ່ມຕົ້ນ, ການແຜ່ລາມເຊື້ອໂດຍການໄອແລະຈາມພຽງແຕ່ປະມານ 2 ແມັດເທົ່ານັ້ນ.
ແຕ່ການຄົ້ນຄວ້ານີ້ພົບວ່າ ຖ້າຍ່າງ, ອອກ ກຳ ລັງກາຍ ສາມາດແຜ່ເຊື້ອໄດ້ເຖິງ 4-5 ແມັດ, ຖ້າແລ່ນຫລືຂີ່ລົດຖີບຊ້າໆ ສາມາດແຜ່ເຊື້ອໄດ້ເຖິງ 10 ແມັດ, ແລະໂດຍສະເພາະຖ້າການຂີ່ລົດຖີບໄວຫຼາຍ ສາມາດແຜ່ເຊື້ອໄດ້ເຖິງ 20 ແມັດ
ເຮັດໃຫ້ປະຈຸບັນ, ຝຣັ່ງໄດ້ອອກມາດຕະການ ບໍ່ອອກກຳ ລັງກາຍໃນສະຖານທີ່ສາທາລະນະແລ້ວ. ໃຜຍັງອອກກຳລັງກາຍແນະນຳ ໃຫ້ຮັກສາໄລຍະຫ່າງທີ່ດີ.
ເພາະສະນັ້ນ, ໃນໄລຍະນີ້, ຖ້າເປັນໄປໄດ້ AeroLaos ຂໍຄວາມຮ່ວມມື ໂດຍການບໍ່ອອກກໍາລັງກາຍໃນພື້ນທີ່ສາທາລະນະ, ແຕ່ອອກກໍາລັງການໃນບ້ານເຮືອນຂອງຕົນເອງແທນ.
ຜູ້ທີ່ຕ້ອງການອ່ານຂ່າວເພີ່ມເຕີມ ລິ້ງນີ້: https://bit.ly/3aWabPu