
ຈາລຶກໄວ້ໃນດວງໃຈປວງຊົນລາວ! 9 ເມສາ ວັນຄ້າຍວັນເກີດທ່ານ ໜູຮັກ ພູມສະຫວັນ ຄົບຮອບ 110 ປີ
9th April 2020ທ່ານ ໜູຮັກ ພູມສະຫວັນ ເຊິ່ງແມ່ນໜຶ່ງໃນຜູ້ນໍາການປະຕິວັດລາວຮຸ່ນທໍາອິດ ທີ່ສັງຄົມກ່າວເຖິງຫຼາຍທີ່ສຸດ, ເພີ່ນເປັນຜູ້ນຳທີ່ແສນເຄົາຮັກຂອງປວງຊົນລາວທັງຊາດ, ຕະຫຼອດໄລຍະເວລາທັງຊີວິດຂອງເພີ່ນ ໄດ້ທຸ່ມເທກຳລັງວັງຊາ ແລະ ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງຊາດລາວ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ຢ່າງບໍ່ຮູ້ອິດເມື່ອຍ, ເຊິ່ງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ເພິ່ນໄດ້ສ້າງໄວ້ ຍັງຄົງຈາລຶກໄວ້ໃນໜ້າປະຫວັດສາດ ແລະ ຄວາມຊົງຈຳຂອງປວງຊົນລາວທັງຊາດຕະຫຼອດໄປ.
ລູງ ໜູຮັກ ພູມສະຫວັນ ເກີດເມື່ອວັນທີ 9 ເມສາ 1910 ທີ່ບ້ານພະລຸກາ ແຂວງມຸກດາຫານ ເປັນບຸດຂອງທ້າວ ທອງພັກ ແລະ ນາງ ບັນທູນ, ໄດ້ສ້າງຄອບຄົວກັບນາງ ຈັນທົມ ໃນປີ 1933 ແລະ ມີລູກຮ່ວມກັນ 4 ຄົນ ຕໍ່ມາເພິ່ນໄດ້ ສ້າງຄອບຄົວກັບນາງ ບຸນມາ ໃນປີ 1944 ແລະ ໄດ້ມໍລະນາກຳໃນທ້າຍປີ 2008.
ເຊິ່ງວັນທີ 9 ເມສາ ເປັນວັນຄ້າຍວັນເກີດຂອງເພິ່ນ ຄົບຮອບ 110 ປີພໍດີ. ສະນັ້ນ, ເພື່ອເປັນຄວາມຮູ້ແກ່ຄົນຮຸ່ນຫຼັງ ມື້ນີ້, ແອັດມິນ ຈະນຳເອົາປະຫວັດຫຍໍ້ໆຂອງເພີ່ນ ທີ່ໄດ້ສະຫຼະຊີວິດ ຄວາມສຸກສ່ວນຕົວເພື່ອຊາດ ມາໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ ແລະ ເປັນທີ່ປະຈັກຕາດັ່ງນີ້:
ປີ 1945 ສະຫາຍເປັນໜຶ່ງໃນບັນດາຜູ້ກໍ່ຕັ້ງ ຂະບວນການປະຕິວັດຂອງປະເທດເຮົາ.
ປີ 1949 ໄດ້ຮັບການແຕ່ງຕັ້ງເປັນປະທານຄະນະກຳມະການລາວຕໍ່ຕ້ານ ປະຈຳພາກຕາເວັນອອກ ທັງຮັບຜິດຊອບກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ເພື່ອຈັດຕັ້ງລັດຖະບານລາວຕໍ່ຕ້ານ.
ປີ 1950 ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການ ກະຊວງການເງິນຂອງລັດຖະບານລາວຕໍ່ຕ້ານ.
ປີ 1954 ໄດ້ຮັບການແຕ່ງຕັ້ງເຂົ້າໃນຄະນະເຈລະຈາ ຂອງຝ່າຍແນວລາວຮັກຊາດທີ່ວຽງຈັນ.
ປີ 1955 ກອງປະຊຸມໃຫຍ່ ຄັ້ງທີ I ເຊິ່ງເປັນກອງປະຊຸມໃຫຍ່ ສ້າງຕັ້ງພັກປະຊາຊົນລາວ (ໃນປັດຈຸບັນແມ່ນພັກປະຊາຊົນປະຕິວັດລາວ) ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການສູນກາງພັກ.
ປີ 1958 ເປັນສະມາຊິກສະພາຜູ້ແທນລາຊະດອນ ໃນສະໄໝລວມລາວ ຄັ້ງທີ I ທັງເປັນເລຂາພັກ ພາກສ່ວນສູນກາງຢູ່ວຽງຈັນ.
ປີ 1959 ສະຫາຍຖືກລັດຖະບານລາຊະອານາຈັກຈັບກຸມຄຸມຂັງ ພ້ອມດ້ວຍສະເດັດເຈົ້າສຸພານຸວົງ ແລະ ຜູ້ນຳຈຳນວນໜຶ່ງຂອງແນວລາວຮັກຊາດ.
ປີ 1960-1962 ເປັນກຳມະການໃນຄະນະເຈລະຈາ ເພື່ອຈັດຕັ້ງລັດຖະບານປະສົມ ຄັ້ງທີ 2 ທັງເປັນເລຂາພັກ ພາກສ່ວນສູນກາງ ຢູ່ຄັງໄຂ (ແຂວງຊຽງຂວາງ) ເປັນຜູ້ຊີ້ນຳພາກສ່ວນເຂົ້າຮ່ວມ ໃນລັດຖະບານປະສົມ.
ປີ 1966 ເປັນຜູ້ປະຈຳການຂອງຄະນະປະຈຳສູນກາງພັກ ຮັບຜິດຊອບວຽກງານຈັດຕັ້ງ ແລະວຽກງານເສດຖະກິດການເງິນ.
ເດືອນ ກຸມພາ ປີ 1972 ໄດ້ຮັບການແຕ່ງຕັ້ງເປັນຜູ້ຮັບຜິດຊອບຊີ້ນຳວຽກງານເສດຖະກິດ.
ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເລືອກຕັ້ງສະຫາຍເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງການເງິນຂອງລັດຖະບານ ແຫ່ງ ສປປ ລາວ.
ເດືອນ ເມສາ ປີ 1982 ແລະ ເດືອນ 11 ປີ 1986 ສະຫາຍໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີຜູ້ທີ 1 ທັງເປັນຜູ້ປະຈຳການສະພາລັດຖະມົນຕີ ຊີ້ນຳກຸ່ມເສດຖະກິດ.
ປີ 1989 ໄດ້ຮັບການເລືອກຕັ້ງເປັນຜູ້ແທນສະພາປະຊາຊົນສູງສຸດ ແລະ ໄດ້ຮັບການເລືອກຕັ້ງເປັນປະທານສະພາປະຊາຊົນສູງສຸດ ຊຸດທີ 2 ທັງເປັນປະທານຄະນະກຳມະການຮ່າງລັດຖະທຳມະນູນ.
ວັນທີ 25/11/1992 ສະຫາຍໄດ້ຮັບການເລືອກຕັ້ງ ໂດຍກອງປະຊຸມສະໄໝວິສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໃຫ້ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງວັນທີ 24 ກຸມພາ 1998.
ລຸງ ໜູຮັກ ພູມສະຫວັນ ໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ໃນກອງປະຊຸມໃຫຍ່ ຄັ້ງທີ I, ຄັ້ງທີ II, ຄັ້ງທີ III ,ຄັ້ງທີ IV ແລະ ຄັ້ງທີ V ຂອງພັກ ໃນປີ 1955, ປີ 1972, ປີ 1982, ປີ 1986 ແລະ ປີ 1991 ສະຫາຍໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 2 ເຖິງກອງປະຊຸມໃຫຍ່ຄັ້ງທີ 5 ແລະ ໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາ ຂອງຄະນະບໍລິຫານງານສູນກາງພັກ ໃນກອງປະຊຸມໃຫຍ່ຄັ້ງທີ VI ແລະ ຄັ້ງທີ VII ຂອງພັກ ໃນປີ 1996 ແລະ ປີ 2001.