
ສານສາຍສຳພັນ ການຮ່ວມມືມິດຕະພາບ ອັດຕະປື-ສສ ຫວຽດນາມ
15th November 2019ສາຍພົວພັນມິດຕະພາບລະຫວ່າງ ລາວ-ຫວຽດນາມ ຍັງຄົງນັບມື້ນັບມີຄວາມແໜ້ນແຟ້ນ ແລະ ສືບຕໍ່ເສີມຂະຫຍາຍສາຍພົວພັນບົນຈິດໃຈແຫ່ງຄວາມສາມັກຄີພິເສດ ໃຫ້ມີການເຄື່ອນໄຫວວຽກງານຕ່າງໆດ້ວຍຄວາມໜັກແໜ້ນເຂັ້ມແຂງກ້າວໜ້າຍິ່ງໆຂຶ້ນ.
ປັດຈຸບັນ ແຂວງ ອັດຕະປື ມີສາຍພົວພັນຮ່ວມມືກັນກັບບັນດາແຂວງໃນປະເທດ ສສ ຫວຽດນາມ ລວມມີ 8 ແຂວງ, 2 ນະຄອນ ຂອງພາກກາງ, ພາກໃຕ້ ແລະ ເຂດໄຕງວຽນ. ໃນອະນາຄົດຍັງຈະສືບຕໍ່ເສີມ ຂະຫຍາຍສາຍພົວພັນ ແລະ ການ ຮ່ວມມືຂອງສອງປະເທດໃຫ້ມີບາດກ້າວໃໝ່, ທັງເປັນວິຖີທາງ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືທີ່ດີໃນປັດຈຸບັນໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນ ຕໍ່ໜ້າ.
ບັນຍາກາດໃນການປືກສາຫາລືີໄດ້ເຕັມໄປດ້ວຍນ້ຳໃຈມິດຕະພາບ, ຄວາມສາມັກຄີພິເສດ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະປະເທດ ເປັນຕົ້ນ ແມ່ນບັນຫາປະກົດການຫຍໍ້ທໍ້ ແລະ ທ່າແຮງຮ່ວມມືດ້ານເສດຖະກິດ-ສັງຄົມ ໃນແຂວງ ທີ່ມີຊາຍແດນເຊື່ອມຈອດກັບຊາຍແດນແຂວງ ອັດຕະປື. ເຊິ່ງມີຄວາມໝາຍເລິກເຊິ່ງ ໃນການຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບກ່ຽວກັບສາຍພົວພັນການຮ່ວມມືໂດຍຍະຍາຍາມໃຫ້ມີຄວາມຖືກຕ້ອງຕາມກົນໄກລະບຽບກົດໝາຍທັງສອງຝ່າຍ.
ໂດຍ: ມາລາທິບ