
ຊ່ວຍເຫຼືອສັງຄົມໃນຍາມວິກິດ ຄົນມີນ້ຳໃຈຫຼາຍຢູ່ເນາະ
6th April 2020ນີ້ບໍ່ແມ່ນການສ້າງພາບ ແຕ່ເປັນການຊ່ວຍເຫຼືອສັງຄົມໃນຍາມວິກິດ.
ຂໍຊົມເຊີຍ! ແນວດີໆ
ມື້ທີສອງຂອງການແບ່ງປັນ ໂຄວິດເຮັດຊີວິດປ່ຽນ ບາງຄົນຕົກວຽກ ບໍ່ມີບ້ານຢູ່ ບໍ່ມີບ່ອນນອນ ບໍ່ມີເຂົ້າກິນ ບໍ່ມີວຽກເຮັດ ບາງຄົນເຄີຍເກັບຕຸກນຳ້ຂາຍເພື່ອໃຫ້ໄດ້ຊື້ເຂົ້າກິນ ມົ້ມມື້ ມົ້ມວັນ ກໍ່ບໍ່ມີຕຸກໃຫ້ເກັບຊຳ້
ຄົນບາງຄົນ ຕອນນີ້ຍັງບໍ່ຮູ້ຊຳ້ວ່າສິໄປທາງໃດດີ
.
ອົດທົນສູ້ໄປນຳກັນເດີ້ທຸກຄົນ ເຮົາຈະກ້າວຂ້າມຜ່ານວິກິດນີ້ໄປພ້ອມໆກັນ,
.
ເຈວລ້າງມືຍັງຫຼາຍບ່ອນໃດທີ່ຂາດແຄນທັກມາຫາດຽວຂ້ອຍເອົາໄປໃຫ້ເດີ້ ອອກບ້ານແຕ່ເຊົ້າເລາະໄປນຳທາງຮອດຄຳ່ ນອນຫຼັບຝັນດີແລ້ວມື້ນີ້ ຍິ້ມກວ້າງໆ ດີໃຈທີ່ໄດ້ແບ່ງປັນ ບອກກັບໂຕເອງວ່າຈະແບ່ງປັນແບບນີ້ໃຫ້ໄດ້ປີລະ 1ຄັ້ງ
.
.
.
ຈາກ: ບັ້ງກະໂລ່ງ Bungkalong