
ເມືອງໄຊຍະບູລີຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານເຈົ້າແຂວງ ຢ່າງເຂັ້ມງວດ ປັບໄໝກຸ່ມຄົນຊູມນູມເກີນ 10 ຄົນ
5th April 2020ເມືອງໄຊຍະບູລີຈັດຕັ້ງປະຕິບັດຄໍາສັ່ງແຈ້ງການຂອງທ່ານເຈົ້າແຂວງເລກທີ94ຢ່າງເຂັ້ມງວດ
1 ປິດເມືອງຖ້າຄົນຕ່າງແຂວງຕ້ອງການເຂົ້າມາເມືອງໄຊຍະບູລີຕ້ອງເຂົ້າສູນກັກກັ້ນບໍລິເວນ14ວັນນັບແຕ່ວັນທີ5ເມສາເປັນຕົ້ນໄປ,ຈົນກວ່າຈະມີແຈ້ງການໃຫ້ຍົກເລີກ.
2 ທຸກຄົນຈະອອກເມືອງແລະກັບເຂົ້າມາເມືອງໄຊຍະຕ້ອງມີເອກະສານທາງການອານຸຍາດຢ່າງເຄັ່ງຄັດ.
3 ເພີ້ມມາດຕະການລາດຕະເວນເພື່ອຈໍາກັດການອອກບ້ານ,ປັບໄໝກູ່ມຄົນຊູມນູມເກີນ10ຄົນ.
4 ຕັ້ງດ່ານຊີດພົນຢາຂ້າເຊື້ອສໍາລັບລົດເຂົ້າອອກເມືອງຢ່າງເຂັ້ມງວດ..
ທ້າຍນີ້ຂໍຮຽກຮ້ອງເຖິງພົນລະເມືອງຊາວໄຊຍະບູລີໃຫ້ຄວາມຮ່ວມມືກັບເຈົ້າຫນ້າທີ່ເພື່ອກ້າວຜ່ານສົງຄາມງຽບຮ່ວມກັນ..
ຊາວໄຊຍະບູລີ..ສູ້ໆ…ສູ້ໆ…ຊີວິດອິນຊີຊາວໄຊຍະບູລີຕ້ອງປອດໄພແລະສໍາຄັນຍິ່ງ…