
ດ່ວນ! ກະຊວງສາທາ ແຈ້ງປີດການບໍລິການຂອງໂຮງໝໍ ແລະ ຫ້ອງກວດພະຍາດເອກະຊົນ
1st April 2020ກະຊວງສາທາ ແຈ້ງປີດການບໍລິການຂອງໂຮງໝໍ ແລະ ຫ້ອງກວດພະຍາດເອກະຊົນ !
ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ, ອອກແຈ້ງການເຖິງພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ເລື່ອງປີດການບໍລິການ ຂອງໂຮງໝໍເອກະຊົນ, ຫ້ອງກວດພະຍາດເອກະຊົນ ອີງຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020
ພາບປະກອບຂ່າວເທົ່ານັ້ນ
ເພື່ອຍົກລະດັບການສະກັດກັ້ນ ແລະ ກັນພະຍາດບໍ່ໃຫ້ແຜ່ລາມອອກໄປໄວ ແລະ ເປັນວົງກ້ວາງ ພ້ອມທັງເປັນບ່ອນອີງ ໃຫ້ພາກສ່ວນເອກະຊົນ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.
ທາງກົມປິ່ນປົວ ແລະ ຝືນຟູຫນ້າທີ່ການ ອອກແຈ້ງການ ດັ່ງນີ້:
1 ໃຫ້ສະຖານທີ່ບໍລິການປິ່ນປົວພາກເອກະຊົນ (ໂຮງຫມໍເອກະຊົນ ແລະ ຫ້ອງກວດພະຍາດເອກະຊົນ) ໃນຂອບເຂດທົ່ວປະເທດ ປິດການບໍລິການ.
2 ໃນກໍລະນີຄົນເຈັບທີ່ນອນປິ່ນປົວກ່ອນມື້ອອກແຈ້ງການແມ່ນໃຫ້ສືບຕໍ່ປິ່ນປົວຈົນຫາຍດີ
3 ປິດຮັບຄົນເຈັບໃຫມ ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການປ່ຽນແປງໃຫມ່.
ແລະມອບໃຫ້ ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແຈ້ງການໄປຫາໂຮງຫມໍເອກະຊົນ, ຫ້ອງກວດພະຍາດເອກະຊົນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ.