
ດ່ວນໆ! ເລີ່ມ 1 ເມສາ ເປັນຕົ້ນໄປ ສະຖານີລົດໂດຍສານສາຍໃຕ້ ຈະປິດບໍລິການຊົ່ວຄາວ
30th March 2020ຈາກສະພາບການແພ່ລະບາດຂອງພະຍາດໂຄວິດ-19 ທີ່ນັບມື້ຮຸນແຮງ ແລະ ແພ່ລາມເປັນວົງກວ້າງໃນຫຼາຍປະເທດ. ດັ່ງນັ້ນ,ຫຼາຍປະເທດໄດ້ມາດຕະການຢ່າງເຂັ້ມງວດໃນການປ້ອງກັນ ຂະນະທີ່, ສປປ ລາວເອງ ກໍ່ໄດ້ເພີ່ມມາດຕະການຢ່າງເຂັ້ມງວດ ໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງໂຄວິດ-19 ເຊັ່ນດຽວກັນ.
ຫຼ້າສຸດ, ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນການເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນການລະບາດ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ໂດຍຫ້າມອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນ ກໍລະນີທີ່ຈຳເປັນ ແລະ ຫ້າມບຸກຄົນເດີນທາງໄປທ້ອງຖິ່ນອື່ນ ຫຼື ເຂດທີ່ມີການຕິດເຊື້ອແຕ່ວັນທີ 1-19 ເມສາ 2020.
ສະນັ້ນ, ສະຖານີຂົນສົ່ງໂດຍສານສາຍໃຕ້ຈິ່ງແຈ້ງໃຫ້ຜູ້ໂດຍສານທຸກຄົນທີ່ຈະເດີນທາງໄປຕ່າງແຂວງ ໂດຍຜ່ານສະຖານີຂົນສົ່ງຜູ້ໂດຍສານສາຍໃຕ້ ນະຄອນຫຼວງວຽງຈັນ ຕ້ອງໄດ້ໂຈະການເດີນທາງກ່ອນ ໂດຍທາງຄີວລົດສາຍໃຕ້ຈະໄດ້ປິດບໍລິການນັບແຕ່ວັນທີ 1 ເມສາ ເປັນຕົ້ນໄປ, ສ່ວນວ່າຈະກັບມາເປີດບໍລິການອີກຄັ້ງເມື່ອໃດນັ້ນ ແມ່ນຈະແຈ້ງຕາມພາຍຫຼັງ.