
ລາວໂທລະຄົມມອບເງິນ 2 ຕື້ກີບຊ່ວຍລັດຖະບານຮັບມືການລະບາດຂອງພະຍາດໂຄວິດ-19
28th March 2020ຂປລ. ໃນວັນທີ 28 ມີນາ 2020 ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ຄະນະນໍາລັດວິສາຫະກິດລາວໂທລະຄົມ ນໍາໂດຍທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ລັດວິສາ ຫະກິດດັ່ງກ່າວ
ໄດ້ນໍາເງິນຈໍານວນ 2 ຕື້ກີບ ມາມອບໃຫ້ ລັດຖະບານ ກໍຄືຄະນະສະເພາະກິດເພື່ອປ້ອງ ກັນ, ຄວບ ຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລາໂລກສາຍພັນໃໝ່ COVID-19 ເພື່ອປະກອບສ່ວນຊ່ວຍລັດຖະບານນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ແກ້ ໄຂການລະບາດຂອງພະຍາດດັ່ງກ່າວໃຫ້ມີປະສິດທິຜົນສູງ,
ເຊິ່ງໃຫ້ກຽດຮັບເງິນຊ່ວຍເຫລືອດັ່ງກ່າວໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ.
ຂ່າວ:ສຸພາສະຫວັນ
ພາບ:ຂັນໄຊ