
ແຈກຜ້າປິດປາກຟຣີວັນເສົານີ້ ຄົນອື່ນຂາຍແຕ່ເຮົາຈະແຈກ “ສອງມືນີ້ຈະສ້າງຄວາມດີສູ່ສັງຄົມ”
19th March 2020ເປັນເລື່ອງດີໆອີກໜຶ່ງເລື່ອງໃນທ່າມກາງຄວາມກັງວົນກ່ຽວກັບໂຄວິດ 19 ທີ່ແຜ່ກະຈາຍຢູ່ທົ່ວໂລກ ແລະ ສິ່ງທີ່ຂາຍດີໄລຍະນີ້ກໍຄື ໜ້າກາກ ອານາໄມ, ເຈວລ້າງມື້, ສິນຄ້າແຫ້ງຕ່າງໆ …
ໂດຍສະເພາະຜ້າປິດປາກທີ່ຫາຍາກສຸດໆ, ແຕ່ກໍຍັງມີຄົນເຫັນໄດ້ເຖິງຄວາມສໍາຄັນ ພໍມີໜ້າກາກກໍຢາກຈະແບ່ງປັນ
ກຸ່ມ ສອງມືນີ້ຈະສ້າງຄວາມດີສູ່ສັງຄົມ ໂດຍ ຢາກແຕ້ມ & ຢາກເວົ້າ, Sticker Designed by : Jip Rattanavong
ໄດ້ກຽມໜ້າກາກອະນາໄມໃສ່ຖົງ (ຢ່າງລະມັດລະວັງ ແລະ ຮັກສາຄວາມສະອາດ) ຈະແຈກຟຣີ, ໃນວັນເສົາ ທີ 21 ມີນາ 2020, ເວລາ 18:00 ຈຸດທຳອິດ ທີ່ຕະຫລາດກາງຄືນ(ແຄມຂອງ), ຈຳນວນ 1.000 ຖົງ ຖົງລະ 2ແຜ່ນ, ແຈກທ່ານລະ 1 ຖົງ
ນອກຈາກນັ້ນພວກເຮົາຈະນຳໄປແຈກອີກຫລາຍຈຸດ ແລະ ສົ່ງໄປແຂວງອື່ນໆນຳ (ຮວມທັງໂຮງຫມໍ,ຫນ່ວຍກູ້ໄພ ແລະ ພໍ່ແມ່ປະຊາຊົນ)
ຄັ້ງນີ້ເປັນການສະໜັັບສະໜູນຂອງ Lanoy Senaphuan ບໍລິສັດ ພົງຊັບທະວີ 🙏🏻(Phongsupthavy Group) ມອບຫນ້າກາກອະນາໄມທັງຫມົດໃຫ້ກຸ່ມພວກເຮົາ, ຂອບໃຈຖົງມື ຈາກ : Jolene Chen
ໃຜທີ່ໄປທີ່ນັ້ນໃນມື້ນັ້ນກໍສາມາດໄປຮັບໄດ້ເລີຍເດີ້, ການໃສ່ຜ້າປິດປາກກໍເປັນອີກວິທີໜຶ່ງໃນການປ້ອງກັນ,ນອກຈາກນັ້ນຍັງມີຫຼາຍໆວິທີ ແລະ ຢາກໃຫ້ທຸກທ່ານໃສ່ໃຈ ເພື່ອປ້ອງກັນຕົນເອງ ແລະ ຄອບຄົວຈາກເຊື້ອພະຍາດດັ່ງກ່າວ