
ອຸຕຸນິຍົມແຈ້ງ…!!! ສະພາບອາກາດ ວັນທີ 19 ຫາ 25 ມີນາ 2020
18th March 2020ອຸຕຸນິຍົມແຈ້ງ…!!! ລາຍງານສະພາບອາກາດ ແຕ່ໄລຍະວັນທີ 19 ຫາ 25 ມີນາ 2020
ພະຍາກອນອາກາດປະຈໍາວັນທີ 18 ມີນາ 2020 ພະຍາກອນອາກາດ 7 ວັນຕໍ່ໜ້າ ແຕ່ໄລຍະວັນທີ 19 ຫາ 25 ມີນາ 2020
ອອກຂ່າວ ປະຈໍາວັນທີ 18 ມີນາ 2020
.
ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ມີອ່ອນກໍາລັງລົງຍັງສືບຕໍ່ປົກຄຸມຢູ່ເຂດພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້.
.
ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າໃນຕອນບ່າຍ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້.