
ຊອຍ ຊີວອນ ກັບປະເທດແລ້ວ ແຕ່ຮອຍຍິ້ມເຈົ້າຍັງຢູ່ກັບຄົນລາວຕະຫຼອດໄປ
13th November 2019ທ່ານ ຊອຍ ຊີວອນ ນັກຮ້ອງຊາຍວົງ ຊູເປີຈູເນຍ ຂອງ ສ.ເກົາຫຼີ ໄດ້ຖືກແຕ່ງຕັ້ງໃຫ້ເປັນທູດສັນຕະວະໄມຕີ ປະຈຳພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ຂອງອົງການຢູນີເຊັບ (UNICEF) ເຊິ່ງການເປີດຕົວຄັ້ງນີ້ແມ່ນຢູ່ທີ່ ສປປ ລາວ ໃນງານສະເຫຼີມສະຫຼອງ ວັນຄົບຮອບ 30 ປີຂອງສົນທີສັນຍາວ່າດ້ວຍສິດທິຂອງເດັກໃນວັນທີ 11 ພະຈິກຜ່ານມາ.
ທ່ານ ຊີວອນ ຊອຍ, ທູດປະຈຳພາກພື້ນຂອງອົງການຢູນີເຊັບໄດ້ກ່າວວ່າ: “ຂ້າພະເຈົ້າມີອາຍຸພຽງ 2 ປີ ເມື່ອສົນທິສັນຍາໄດ້ຖືກຮັບການຮັບຮອງ, ຂ້າພະເຈົ້າມີຄວາມພູມໃຈທີ່ໄດ້ຮັບການແຕ່ງຕັ້ງເປັນໜຶ່ງໃນທູດປະຈຳພາກພື້ນຄົນໃໝ່ ຂອງອົງການຢູນີເຊັບ ໃນວາລະຄົບຮອບ 30 ປີ. ຂ້າພະເຈົ້າໂຊກດີທີ່ໄດ້ເຫັນບົດບາດຂອງອົງການ ຢູນີເຊັບ ແລະ ຜົນກະທົບທີ່ໄດ້ມີຕໍ່ຊີວິດຂອງເດັກນ້ອຍ ແລະ ຂ້າພະເຈົ້າຫວັງຢ່າງຍິ່ງທີ່ຈະໄດ້ສືບຕໍ່ເຮັດວຽກກັບອົງການຢູນີເຊັບ”.
ສະເພາະວັນທີ 12 ພະຈິກ 2019 ໜຸ່ມເຈົ້າຊູ້ແດນກິມຈິ ກໍຮ່ວມເຮັດຫຼາຍກິດຈະກຳ ໂດຍໄດ້ລົງຢ້ຽມຢາມໂຮງຮຽນປະຖົມໜອງໜ້ຽວ.
ຈາກນັ້ນກໍປະຊຸມຮ່ວມກັບສະມາຊິກຂອງກຸ່ມສື່ມວນຊົນໄວໜຸ່ມ, ສົນທະນາກັບກຸ່ມສື່ມວນຊົນໄວໜຸ່ມໃນການຜະລິດລາຍການ ເປີດໃຈ ເປີດຄຶ້ນ ແລະສົນທະນາກັນໃນສະຕູດີໂອ
.
ມາຮອດຕອນຄໍ່າວັນທີ 12 ພະຈິກ ທ່ານ ຊອຍ ຊີວອນ ກໍໄດ້ເດີນທາງກັບປະເທດ. ເຖິງວ່າໄລຍະການເຮັດວຽກຢູ່ປະເທດລາວຈະສັ້ນ ແຕ່ເຊື່ອວ່າ ໜຶ່ງໃນສະມາຊິກວົງ Super Junior ທ່ານນີ້ ໜ້າຈະຮູ້ສຶກປະທັບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຈາກລັດຖະບານລາວ, ອົງການອຸຍນີເຊັບ ແລະທີ່ສຳຄັນກໍແມ່ນເດັກນ້ອຍລາວ ປະຊາຊົນລາວທີ່ຕ້ອນຮັບດ້ວຍຮອຍຍິ້ມ ເຖິງວ່າການສະແດງອອກເຖິງຄວາມຊື່ນຊົມຕໍ່ສິລະປິນທ່ານນີ້ ບໍ່ໄດ້ພິລຶກພິລ້ຳຈົນເກີນງາມ ແຕ່ນີ້ແຫລະຄວາມຈິງໃຈໃນແບບຂອງຄົນລາວ.
ຈາກ: ຊຸບຊິບບັນເທີງ