
ສະໝັກດ່ວນ! ຄະນະກວດກາສູນກາງພັກ ເປີດຮັບລັດຖະກອນໃໝ່ແລ້ວ
11th March 2020ຄະນະກວດກາສູນກາງພັກ ໄດ້ເປີດຮັບລັດຖະກອນໃໝ່ປະຈຳປີ 2020 ຈຳນວນ 10 ສາຂາ ເຊິ່ງຈະເລີ່ມເປີດຂາຍຟອມໃນວັນທີ 18-20 ມີນານີ້. ເຊິ່ງວິຊາສະເພາະທີ່ຕ້ອງການມີຄື: ກົດໝາຍອາຍາ, ກົດໝາຍວ່າດ້ວຍການດໍາເນີນຄະດີ, ກົດ ໝາຍການປົກຄອງ, ການເມືອງ ແລະ ບໍລິຫານ ລັດຖະກິດ, ວິຊາການປົກຄອງ, ເສດຖະສາດການພັດທະນາ ແລະ ວາງແຜນ, ການບັນຊີ, ວິສະວະກໍາກໍ່ສ້າງ, ວິສະວະກໍາຂົວທາງ ແລະ ວິຊາຊົນລະປະທານ.
ສຳລັບວັນເວລາຂາຍຟອມສະໝັກ ແມ່ນມີດັ່ງນີ້: ໃນວັນທີ 18 ມີນາ 2020 ຕອນເຊົ້າ ເວລາ 9:00-11:30 ໂມງ; ຕອນແລງ ເວລາ 14:00-16:00 ໂມງ ວິຊາວິສະວະກໍາຂົວທາງ, ວິຊາວິສະວະກໍາກໍ່ສ້າງ ແລະ ວິຊາຊົນລະປະທານ.
ວັນທີ 19 ມີນາ 2020 ຕອນເຊົ້າ ເວລາ 9:00-11:30 ໂມງ; ຕອນແລງ ເວລາ 14:00-16:00 ໂມງ ວິຊາກົດໝາຍອາຍາ, ກົດໝາຍວ່າດ້ວຍການດໍາເນີນຄະດີ, ວິຊາກົດໝາຍການປົກຄອງ ວິຊາການ ປົກຄອງ; ວິຊາການເມືອງ ແລະ ບໍລິຫານລັດຖະກິດ.
ສ່ວນວັນທີ 20 ມີນາ 2020 ຕອນເຊົ້າເວລາ 9:00-11:30 ໂມງ; ຕອນແລງ ເວລາ 14:00-16:00 ໂມງ ວິຊາການບັນຊີ, ວິຊາເສດຖະສາດພັດທະນາ ແລະ ວາງແຜນ. ສຳລັບສະຖານທີ່ຂາຍຟອມແມ່ນສະໂມສອນ ຄະນະກວດກາສູນກາງພັກ ( ຫຼັກ 6 )