
ເຄັ່ງຄັດ! ອີຕາລີ ສັ່ງປິດປະເທດ ຄວບຄຸມການລະບາດໄວຣັສໂຄວິດ -19 ຫຼັງພົບຜູ້ຕິດເຊື້ອແລ້ວກວ່າ 9 ພັນຄົນ
10th March 2020ອີງຕາມຂ່າວຕ່າງປະເທດລາຍງານວ່າ ໃນຄ່ຳຄືນວັນທີ 9 ມີນາ 2020 ຜ່ານມາວ່າ ທ່ານ ຈູເຊບເປ ຄອນເຕ ນາຍົກລັດຖະມົນຕີອີຕາລີ ປະກາດມາຕະການປິດພື້ນທີ່ທັງປະເທດທີ່ມີປະຊາກອນ 60 ລ້ານຄົນ ຕັ້ງແຕ່ວັນທີ 10 ມີນາ ເຖິງວັນທີ 3 ເມສາ ເພື່ອສະກັດກັ້ນການລະບາດຂອງໄວຣັສ COVID-19, ຂະນະທີ່ໃນປະເທດໄດ້ເກີດຄວາມວຸ່ນວາຍເພີ່ມຂຶ້ນ ເມື່ອເກີດເຫດຈະລາຈົນໃນຄຸກແຫ່ງຕ່າງໆ ມີຜູ້ເສຍຊີວິດແລ້ວຢ່າງນ້ອຍ 6 ຄົນ.
COVID-19 ໄດ້ຂ້າຊີວິດຊາວອີຕາລີ ເພີ່ມອີກ 97 ຄົນ ແລະ ເຮັດໃຫ້ຍອດຜູ້ເສຍຊີວິດ ເພີ່ມເປັນ 463 ຄົນ ຈາກຜູ້ຕິດເຊື້ອ 9.172 ຄົນ ເຖິງແມ່ນຈະມີການປິດແຄວ້ນລອມບາຣ໌ດີ ແລະ ອີກ 14 ແຂວງທາງພາກເໜືອຄວບຄຸມປະຊາກອນ 16 ລ້ານຄົນແລ້ວກໍຕາມ, ມາດຕະການດັ່ງກ່າວໝາຍເຖິງການຄວບຄຸມການເດີນທາງທົ່ວປະເທດ,ຈຳກັດການເດີນທາງອອກນອກພື້ນທີ່ຢູ່ອາໄສ, ການປະຕິບັດຕາມເງື່ອນໄຂທາງສາທາລະນະສຸກດ້ານຕ່າງໆ, ຫ້າມຈັດງານສາທາລະນະ, ຫ້າມຈັດການແຂ່ງຂັນກິລາທຸກຊະນິດ.
ທ່ານ ນາຍົກລັດຖະມົນຕີອີຕາລີກ່າວວ່າ: ການປິດເມືອງທາງພື້ນທີ່ພາກເໜືອໃນທ້າຍອາທິດທີ່ຜ່ານມາ ບໍ່ແມ່ນການກຳນົດໂຊນແດງ ແຕ່ຈະເປັນອີຕາລີທັງປະເທດ ທີ່ເປັນພື້ນທີ່ຄວບຄຸມ ຫລັງເຫັນວ່າການປິດພື້ນທີ່ສະເພາະພາກເໜືໄລຍະສອງວັນມານີ້ບໍ່ພຽງພໍ. ດັ່ງນັ້ນ, ຂໍຮຽກຮ້ອງໃຫ້ປະຊາຊົນວ່າ “ໃຫ້ຢູ່ໃນບ້ານເຮືອນ”
ການເພີ່ມມາດຕະການທີ່ເຂັ້ມຫງວດດັ່ງກ່າວ ເຮັດໃຫ້ເກີດເຫດວຸ່ນວາຍເຖິງຂັ້ນຈະລາຈົນຂຶ້ນທີ່ຄຸກຫຼາຍສິບແຫ່ງ ເນື່ອງຈາກນັກໂທດປະທ້ວງມາດຕະການຫ້າມພີ່ນ້ອງເຂົ້າຢ້ຽມ ແລະ ມາດຕະການອື່ນໆ ເພື່ອຄວບຄຸມເຊື້ອໄວຣັສ. ທັງນີ້, ຈຳນວນຜູ້ຕິດເຊື້ອທົ່ວໂລກ ມີກວ່າ 113.000 ຄົນ, ເສຍຊີວິດກວ່າ 3.900 ຄົນ.