
ລັດຖະບານເຢຍລະມັນຊ່ວຍ 6,8 ລ້ານເອີໂຣ ພັດທະນາການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກຂອງລາວ
7th March 2020ພິທີມອບ-ຮັບການຊ່ວຍເຫຼືອລ້າທາງດ້ານການເງິນໄລຍະ 2 ໃນວົງເງິນ 6,8 ລ້ານເອີໂຣ ສຳລັບໂຄງການສິນເຊື່ອເພື່ອການພັດທະນາການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກ (LAFF) ໂດຍຜ່ານທະນາຄານພັດທະນາ ສະຫະພັນເພື່ອການພັດທະນາ ເຢຍລະມັນ (Kfw) ເພື່ອມອບໃຫ້ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 06 ມີນາ 2020 ທີ່ທະນາຄານແຫ່ງ ສປປ ລາວ.
ໂຄງການດັ່ງກ່າວ ເປັນການສະໜັບສະໜູນຂະແໜງການເງິນ ໃນການດໍາເນີນທຸລະກິດການຄ້າ ຢູ່ ສປປ ລາວ ເພື່ອການບໍລິການທາງດ້ານການເງິນທີ່ມີຄວາມຍືນຍົງ ແລະ ຄວາມຕ້ອງການໃຫ້ແກ່ທຸລະກິດຈຸລະພາກ ຂະໜາດນ້ອຍ ແລະ ກາງ ໃນເຂດຊົນນະບົດ ເປັນການປະກອບສ່ວນເຂົ້າໃນການປັບປຸງ ສະມັດຕະພາບ ໃນການຜະລິດ ແລະ ສ້າງຄວາມສາມາດການແຂ່ງຂັນ ຂອງພາກ ເອກະຊົນ ເພື່ອສະໜັບສະໜູນການສ້າງວຽກເຮັດງານທໍາ ແລະ ຫຼຸດຜ່ອນ ຄວາມທຸກຍາກ.
.
.