
ປູຫິມະ ແພງທີ່ສຸດໃນໂລກ ມູນຄ່າ 400 ລ້ານກີບ
13th November 2019ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນໂຕກຽວປະເທດຍີ່ປຸ່ນ ເມື່ອວັນທີ່ 7 ພະຈິກ 2019 ວ່າ ຕະຫລາດຂາຍອາຫານທະເລທີ່ເມືອງທົດໂຕຣິ ໃນແຂວງທົດໂຕຣິ ທາງຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນຈັດການປະມູນ ປູຫິມະ ລະດັບ 5 ດາວ ໂດຍມີນ້ຳຫນັກ 1,240 ກຼາມ ແລະລັດສະຫມີລະຫວ່າງກ້າມຍາວທີ່ສຸດທັງສອງຂ້າງຄື 14.6 ຊັງຕີແມັດ ໂດຍການປະມູນມີຂື້ນເມື່ອຄືນວັນອັງຄານຕາມເວລາທ້ອງຖິ່ນ
ແລະຜູ້ຊະນະຄືບໍລິສັດຂາຍຍ່ອຍອາຫານທະເລໃນພື້ນທີ່ ຄາເນມາສະ ຮາມາຊິຕະ ໂຊເຕັນ ດ້ວຍການສະເຫນີລາຄາສຸດທ້າຍ 5 ລ້ານເຢນ (ປະມານ 400 ລ້ານກີບ) ທຳລາຍສະຖິຕິການປະມູນປູຫິມະ ເມື່ອປີທີ່ຜ່ານມາ ຊື່ງລາຄາຢູ່ທີ່ 2 ລ້ານເຢນ (ປະມານ 150 ລ້ານກີບ) ແລະຜູ້ຊະນະການປະມູນເມື່ອປີທີ່ຜ່ານມາກໍ່ຄືຄາເນມາສະ ຮາມາຊິຕະ ໂຊເຕັນ ຊື່ງໂຕແທນຂອງບໍລິສັດກ່າວວ່າຕັ້ງໃຈກັບມາປະມູນອີກຄັ້ງ ເພື່ອການທຳລາຍສະຖິຕິໂລກ
ທັງນີ້ ທາງການແຂວງທົດໂຕຣິກຽມຍື່ນເລື່ອງໃຫ້ກິນເນສເວິລດ ເຣຄຄອດສ ບັນທຶກສະຖິຕິຢ່າງເປັນທາງການວ່າ ການປະມູນປູຫິມະທີ່ເມືອງທົດໂຕຣິໃນຄັ້ງນີ້ຖືເປັນ ປູລາຄາແພງທີ່ສຸດໃນໂລກ ນອກຈາກນີ້ ມີລາຍງານວ່າທາງບໍລິສັດໄດ້ຂາຍຕໍ່ປູໂຕນີ້ໃຫ້ແກ່ຮ້ານຊູຊິຊື່ດັງແຫ່ງຫນື່ງໃນເຂດກິນຊາໃຈກາງນະຄອນໂຕກຽວແລ້ວ
ຈາກ: http://khaodunk.com/