
ອຸ່ນໃຈ … ສາທາເອົາໃຈໃສ່ ກວດເຂັ້ມໃນງານດອງ ເພື່ອປ້ອງກັນໂຄວິດ-19
7th March 2020ໃນວັນທີ 6 ມີນາ 2020 ສູນການຄ້າລາວ-ໄອເຕັກ ໄດ້ໂພສພາບການຈັດງານດອງ ໂດຍມີທີມງານແພດໝໍຄັດກອງຄົນກ່ອນເຂົ້າຮ່ວມງານ ຖ້າພົບມີໄຂ້ 38 ອົງສາຂຶ້ນໄປ ແມ່ນບໍ່ໃຫ້ເຂົ້າງານເດັດຂາດ ງານດອງກະຕ້ອງມີ, ງານປ້ອງກັນກະຕ້ອງມາ ລາວ-ໄອເຕັກ ເພື່ອຄວາມປອດໄພຂ້າເຊື້ອກ່ອນເຂົ້າງານ,
ໝັ້ນໃຈໄດ້ດ້ວຍທີມງານແພດໝໍຈາກ ໂຮງໝໍເສດຖາ
ລົງພື້ນທີ່ເອງເລີຍ ພ້ອມເຈວຂ້າເຊື້ອວາງທຸກຈຸດສຳຄັນ
ມີການປ້ອງກັນໄວ້ກ່ອນດີກວ່າ ນັບວ່າທຸກສະຖານທີ່ປັດຈຸບັນບໍ່ວ່າຈະເຮັດຫຍັງກໍຕ້ອງມີການຄັດກອງ, ເຂັ້ມງວດກັນຢ່າງຄັກແນ່ ດັ່ງເລື່ອງລາວທີ່ຖືກເຜີຍແຜ່ຜ່ານຊື່ອອນລາຍ ເປັນງານດອງທີ່ມີທີມແພດປະຈໍາ ຄັດກອງຜູ້ເຂົ້າຮ່ວມງານລະອຽດ ປ້ອງກັນໄວ້ດີສຸດໆ
ຖືເປັບແບບຢ່າງໃນການປ້ອງກັນການລະບາດຂອງພະຍາດ COVID-19 ສູນການຄ້າລາວ-ໄອເຕັກ ໃຊ້ແພດໝໍ ຄັດກອງລະອຽດກ່ອນໃຫ້ແຂກເຂົ້າຮ່ວມງານດອງ. ໃນຄໍ່າຄືນຂອງວັນທີ 6 ມີນານີ້ ສູນການຄ້າລາວ-ໄອເຕັກ ໄດ້ໂພສພາບການຈັດງານດອງ ໂດຍມີທີມງານແພດໝໍຄັດກອງຄົນກ່ອນເຂົ້າຮ່ວມງານ ໂດຍຂໍ້ຄວາມເພີ່ນໄດ້ໂພສວ່າ: ງານດອງກະຕ້ອງມີ, ງານປ້ອງກັນກະຕ້ອງມາ ເພື່ອຄວາມປອດໄພຂ້າເຊື້ອກ່ອນເຂົ້າງານ, ໝັ້ນໃຈໄດ້ດ້ວຍທີມງານແພດໝໍຈາກ ໂຮງໝໍເສດຖາ ລົງພື້ນທີ່ເອງເລີຍ ພ້ອມເຈວຂ້າເຊື້ອວາງທຸກຈຸດສຳຄັນ.
ຖ້າວັດໄຂ້ກວດພົບ 38 ອົງສາ ສົ່ງໂຕກັບບ້ານ ຫຼື ຖ້າມີອາການຄ້າຍຄຽງ ຕີລົດໂຮງໝໍມາຮັບເລີຍ (ບໍ່ໃຫ້ເຂົ້າງານເດັດຂາດ)