
ຄະນະໂຄສະນາອົບຮົມແຂວງສາລະວັນມອບປູນ 10 ໂຕນໃຫ້ກອງຮ້ອຍຊາວສີ່
4th March 2020ທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ນໍາເອົາປູນຈໍານວນ 10 ໂຕນ ມູນຄ່າ 6,000,000 ກີບ,ໄປມອບໃຫ້ແກ່ກອງຮ້ອຍຊາວສີ່
ຈຸດປະສົງໃນການມອບຄັ້ງນີ້ແມ່ນເພື່ອນຳໄປກໍ່ສ້າອາຄານ ແລະ ກໍ່ສ້າງກໍາແພງອ້ອມຄ້າຍ ເນື່ອງໃນກະກຽມສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ວັນສະ ຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ ຄົບຮອບ 100 ປີ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ກະກຽມເປີດກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ
ພິທີມອບ-ຮັບດັ່ງກ່າວຈັດຂຶ້ນໃນວັນທີ 28 ກຸມພາ 2020 ໂດຍການກ່າວມອບຂອງທ່ານ ສີເຮັງ ຫອມສົມບັດ ກ່າວຮັບໂດຍທ່ານ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງສາລະວັນ ແລະ ທ່ານ ຮອ ດາວອນ ແສງສີອານາ ເລຂາໜ່ວຍພັກ, ຫົວໜ້າການເມືອງ ກອງຮ້ອຍຊາວສີ່, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
.