
ມາແທ້ ພາຍຸລະດູຮ້ອນ ພັດເຂົ້າບ້ານເພຍລາດ ເມືອງສັງທອງ ຍັງບໍ່ຮູ້ຜົນເສຍຫາຍ
2nd March 2020ພາຍຸລະດູຮ້ອນ ພັດເຂົ້າບ້ານເພຍລາດ ເມືອງສັງທອງ
ໃນວັນທີ 2 ມີນາ 2020 ເວລາປະມານ 17:00 ໂມງນີ້
ໄດ້ມີພາຍຸລະດູຮ້ອນພັດເຂົ້າຖະຫລົ່ມເຂດບ້ານເພຍລາດ, ເມືອງສັງທອງ, ນະຄອນຫລວງວຽງ ຊຶ່ງມີທັງລົມພັດແຮງ ແລະ ຫມາກເຫັບຕົກ ສ້າງຄວາມເສຍຫາຍແກ່ບ້ານເຮືອນຂອງປະຊາຊົນ,
ຕົ້ນໄມ້ຫັກ ເປັນຈຳນວນຫລາຍ ແລະ ຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ.
ລາຍລະອຽດຈະແຈ້ງໃຫ້ຊາບພາຍຫຼັງ
ຮູບຈາກ: ນ້ຳໃສ ສຸລິວົງ
ກ່ອນໜ້ານີ້ທາງກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍໄດ້ແຈ້ງເຕືອນວ່າໄລຍະວັນທີ 2 ຫາ 5 ມີນາ 2020 ອາກາດປ່ຽນແປງໄວ
ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫ່ຍ, ສິ່ງປຸກສ້າງທີ່ບໍ່ທັນສໍາເລັດ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.
.
ແນວໃດກໍຈົ່ງມີສະຕິ ເພາດັ່ງທີ່ເຫນວ່າມື້ນີ້ແມ່ນພາຍຸເຂົ້າເມືອງສງທອງແລ້ວ
.
.