
ກຽມພັດທະນາເປັນແຫຼ່ງທ່ອງທ່ຽວໃໝ່ ບ້ານວຽງສະຫວັນ ນະຄອນຫຼວງພະບາງ “ພູກ້ຽວ”
1st March 2020ພູກ້ຽວ ບ້ານວຽງສະຫວັນ ເຂດປາກເຊືອງ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ
.
ພູກ້ຽວ ເປັນສະຖານທີ່ກໍາລັງຈະຖືກຟື້ນຟູໄວ້ໃຫ້ລູກຫານໄດ້ເບິ່ງ
.
ຈັດໄດ້ວ່າເປັນປູຊະນີຍະວັດຖຸອັນເກົ່າແກ່ ແລະ ເປັນປະຕິມາກໍາຂອງຄົນສະໄຫມກ່ອນອີກແຫ່ງຫນຶ່ງຂອງຊາວເມືອງຫຼວງພະບາງ
ຕາມການສັນນິຖານທີ່ຊາວບ້ານເລົ່າກັນມາວ່າ ພູກ້ຽວ ເປັນຫຼັກເມືອງເກົ່າໃນສະໄຫມກ່ອນ, ເປັນສະຖານທີ່ມີວີວສູງ ຕິດກັບລິມແມ່ນໍ້າຂອງ,
ຫຼຽວເຫັນທໍາມະຊາດອັນສວຍສົດງົດງາມ ແລະ ມີປະຫວັດເລົ່າກັນມາອັນຍາວນານກ່ຽວກັບພຣະທາດເຈດີພູກ້ຽວ ມີຮູບຮ່າງສີຫຼ່ຽມ.
ແຕ່ກໍຍັງບໍ່ທັນມີຂໍ້ມູນເຜີຍແຜ່ອອກມາເທື່ອ ໄວ້ຄອຍຖ້າການອັບເດດໃໝ່ໃນຄັ້ງຕໍ່ໄປເດີ້ສໍາລັບປະຫວັດ