
ງານແຕ່ງ 2020 ບ່າວສາວຈັດງານແຕ່ງໃນຝັນ ບຸບເຟ້ຊີ້ນດາດໝູ ລ້ຽງແຂກຮ່ວມງານ
21st February 2020ອາກາດເຢັນໆຄົງຄິດເຫັນຊີ້ນດາດ, ຊີ້ນຈຸມ ທີ່ນັບວ່າເປັນອາຫານທີ່ຫຼາຍໆຄົນ, ຫຼາຍໆຄອບຄົວມັກກິນ ແຕ່ເລື່ອງນີ້ເປັນການກິນຢູ່ງານແຕ່ງດອງຂອງບ່າວສາວຈາກປະເທດໄທ, ຫາກໍເຄີຍເຫັນຄືກັນ.
ໂດຍເຫດຜົນບອກວ່າ: ເວລາຄິດຫຍັງບໍ່ອອກກໍໄປກິນຊີ້ນດາດໝູ ຫຼື ໝູກະທະ (ຄົນໄທເອີ້ນ) ຕະຫຼອດ ດ້ວຍເຫດນີ້ກໍເລີຍຈັດງານແຕ່ງໂດຍລ້ຽງອາຫານເປັນບຸບເຟ, ຊີ້ນດາດເລີຍ …
ຈາກ Amarin News ທີ່ໄດເຜີຍແຜ່ພາບ ແລະ ເລື່ອງລາວນີ້ ເອີ້ນໄດ້ວ່າດັ່ງຟ້າປະທານ, ຈັດໜັກໃຫ້ບັນດາແຂກໃນງານໄດ້ກິນແບບບໍ່ອັ້ນ ໂຕະລະເຕົາງາມໆ ຂາດເຫຼືອຫຍັງກໍໄປຕັກເອົາເອງເລີຍ ງານແຕ່ງທໍາມະດາໂລກບໍ່ຈື່ ຍົກໃຫ້ເປັນງານແຕ່ງ 2020 ສະ 555
ແຕ່ຄວາມຈິງຄື ຝ່າຍເຈົ້າບ່າວເປັນເຈົ້າຂອງຮ້ານຊີ້ນດາດຢູ່ແລ້ວ, ບວກກັບເຈົ້າຊາວເປັນຄົນມັກກິນ ເລີຍຈັດເສີບລ້ຽງແຂກ,
.
ແລະ ເຈົ້າບ່າວບອກວ່າ: ບໍ່ຈໍາເປັນຕ້ອງອາຍ, ຕ້ອງຈັດໂຕະຈີນ, ໂຕະໄທ ແບບນີ້ກໍເປັນສະຕາຍດີ, ແປກໃໝ່ ແລະ ປະຢັດຄ່າໃຊ້ຈ່າຍໃນງານອີກ …
.
ຈາກ: Amarin News