
ພົບປະແລກປ່ຽນບົດຮຽນດ້ານການຮ່ວມມື ສານສໍາພັນ ປາກຊັນ – ບືງການ
21st February 2020ໃນລະຫວ່າງວັນທີ 13 ກຸມພາ 2020 ຜ່ານມານີ້ ຢູ່ສະໂມສອນປົກຄອງເມືອງປາກຊັນ ຄະນະຜູ້ແທນ ແລະ ເຈົ້າໜ້າທີ່ຄະນະກໍາມະການ BLO ຈາກອຳເພີເມືອງ ຈັງວັດບືງການ ຣາຊາອານາຈັກໄທ ນຳໂດຍທ່ານ ວະລາດີ ສອນອ່ອນນຸດ ປະລັດຈັງວັດບືງການ ແລະ ທ່ານ ດອນ ສະມິດເກດຕຣິນ ນາຍອຳເພີເມືອງບືງການ ພ້ອມດ້ວຍຄະນະ ໄດ້ເດີນທາງມາພົບປະແລກປ່ຽນ, ຖອນບົດຮຽນຕາມແນວຊາຍແດນເມືອງປາກຊັນ ແຂວງບໍລິຄຳໄຊ ສປປ ລາວ ແລະ ອຳເພີເມືອງບືງການ ຈັງວັດບືງການ ຣາສະອານາຈັກໄທ ໂດຍການຕ້ອນຮັບຂອງ ທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ, ມີຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ແທນທັງສອງຝ່າຍ ໄດ້ຮັບຟັງການລາຍງານສະພາບການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ພ້ອມທັງແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບສະພາບການເຄື່ອນໄຫວ, ໄປ-ມາຫາສູ່ຂອງປະຊາຊົນສອງຝາກຝັ່ງ ເລາະລຽບຕາມແມ່ນ້ຳຂອງ ພ້ອມທັງຮັກສາຄວາມສະຫງົບ, ຄວາມເປັນລະບຽນຮຽບຮ້ອຍ ແລະ ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ ເຊັ່ນ : ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ ຕາມບໍລິເວນຊາຍແດນລາວ-ໄທ ກໍ່ຄືຕາມບໍລິເວນຊາຍແດນປາກຊັນ-ບືງການ ເຊິ່ງໄລຍະຜ່ານມາ ເຈົ້າໜ້າທີ່, ຄະນະນະກຳມະການ BLO ທັງສອງຝ່າຍກໍ່ໄດ້ເອົາໃຈໃສ່ປະສານສົມທົບທຸກພາກສ່ວນ ແລະ ເມືອງໃກ້ຄຽງ ເພື່ອຮັກສາຄວາມສະຫງົບ, ປ້ອງກັນ ແລະ ສະກັດກັ້ນ ເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆຫຼຸດໜ້ອຍຖອຍລົງ.
ຫລັງຈາກນັ້ນ ເພື່ອເປັນກັນສ້າງສາຍພົວພັນທີ່ດີຂອງ 2 ເມືອງ ລະຫວ່າງເມືອງປາກຊັນ ກັບ ເມືອງບືງການ ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ຮ່ວມກັນ ສ້າງກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ເພື່ອສຸຂະພາບ, ຮັດແໜ້ນຄວາມສາມະຄີຮັກແພງ ແລກປ່ຽນເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດທີ່ມີຄວາມສຳຄັນຢ່າງຟົດຟື້ນ ແລະ ມ່ວນຊື່ນ.