ງາມຂະໜາດນີ້ເລີຍ ! ຮ່ວມສ້າງບຸນນໍາກັນໄດ້ທີ່ວັດປ່າອຳພາວັນ ບ້ານທົ່ງມັ່ງ “ຜ້າປ່າສາມັກຄີ”

ງາມຂະໜາດນີ້ເລີຍ ! ຮ່ວມສ້າງບຸນນໍາກັນໄດ້ທີ່ວັດປ່າອຳພາວັນ ບ້ານທົ່ງມັ່ງ “ຜ້າປ່າສາມັກຄີ”

19th February 2020 0 By Admin

ເຫັນພາບແລ້ວສາຍອ໊າດຕ້ອງຕາຕັ້ງຢາກຈະໄປບັນທຶກພາບໄວ້ແທ້ໆ, ທີ່ວັດປ່າອຳພາວັນ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ກໍາລັງກະກຽມງານ, ຕົບແຕ່ງສະຖານທີ່ເພື່ອເຮັດບຸນ ຜ້າປ່າສາມັກຄີ.

ເປັນການຕົບແຕ່ງທີ່ສວຍງາມ, ຈາກວັດຖຸດິບບ້ານໆທີ່ເຮົາເຄີຍເຫັນມາປະດິດ, ປະກອບກັນອອກມາງາມໆດັ່ງໃນຮູບ.

ພາບດັ່ງກ່າວຖືກເຜີຍແຜ່ໂດຍ Thavone Imsouk ລະບຸວ່າ: ກຽມງານບຸນຜ້າປ່າສາມັກຄີ ທີ່ວັດປ່າອຳພາວັນ ບ້ານທົ່ງມັ່ງ ເມືອງໄຊທານີ ໃນວັນທີ22-23/2/2020 ຂໍເຊີນທຸກທ່ານມາຮ່ວມງານບຸນ ຊົມບັນຍາກາດແບບວັດທະນະທຳພື້ນບ້ານ ອາຫານພື້ນເມືອງ ເຜົາເຂົ້າຫຼາມ ຄົນເຂົ້າປາດ ເຊີ້ງກອງຫາງ ຟັງຂັບງື່ມແຕ່ 4 ໂມງແລງຈົນຊອດແຈ້ງຈ່າງປ່າງ…

ໃຜທີ່ຢາກໄປຮ່ວມເຮັດບຸນ, ຮ່ວມງານສາມາດໄປຮ່ວມໄດ້ເລີຍ ໃນວັນທີ 22-23 ກຸມພາ 2020 ທີ່ວັດປ່າອຳພາວັນ ບ້ານທົ່ງມັ່ງ ເມືອງໄຊທານີ ແລ້ວພໍ້ກັນ.

ບຸນຜ້າປ່າ ແມ່ນວິທີເຮັດ ບຸນອີກຢ່າງໜຶ່ງ ຂອງຊາວພຸດລາວເຮົາ, ບຸນນີ້ບໍ່ໄດ້ກໍານົດ ເວລາແນ່ນອນ ໝາຍຄວາມວ່າ ເຮັດຍາມໃດກໍໄດ້ ແຕ່ເພິ່ນນິຍົມເຮັດ ໃນຍາມບຸນກະຖິນ ແລະ ກໍເຮັດພ້ອມກັນ ຫລື ກໍເຮັດແຕ່ ບຸນຜ້າປ່າ.

ຄໍາວ່າ: ຜ້າປ່າ ໄດ້ແກ່ຜ້າ ທີ່ບໍ່ມີເຈົ້າຂອງ ຫວງແຫນ, ຕົກຢູ່ຕາມ ປ່າດົງພົງໄພ, ປ່າຊ້າ, ຕາມຖະໜົນ ຫົນທາງ ຫລື ຫ້ອຍແຂວນ ຢູ່ຕາມສາຂາ ງ່າໄມ້ເຫລົ່ານັ້ນ, ເອີ້ນວ່າ ຜ້າປ່າທັງນັ້ນ.

ການຖວາຍຜ້າປ່າ ທີ່ເຮົານິຍົມ ກັນເຮັດແບບກອງ ບຸນເປັນຕົ້ນໄມ້ ແລ້ວຜູກແຂວນຜ້າ ໃສ່ເຮັດໃຫ້ເປັນພົ້ວ ຫ້ອຍລົງມາ ກໍມີມ້ວນພັບ ໃຫ້ເປັນຮູບດອກບົວ ແລະ ອື່ນໆ ກໍມີແລ້ວນໍາໄປ ຖວາຍໄວ້ ໃນທີ່ພະສົງ ຈະຜ່ານກາຍມາ ຫລື ນໍາໄປທອດທີ່ວັດເລີຍ ໂດຍມີພິທີຮັບສິນຟັງເທດແລ້ວ ກ່າວຄໍາຖວາຍຜ້າປ່າ ແລະ ພະສົງກໍກ່າວ ຄໍາອະນຸໂມທະນາ ແລ້ວເປັນອັນວ່າຈົບພິທີ.

ອີງຕາມການບອກເລົ່າຂອງ ລຸງຈານໃຫຍ່ ບ້ານສີບຸນເຮືອງ, ເມືອງສີໂຄດ ໃຫ້ຮູ້ວ່າ: ໃນສະໄໝພຸດທະການ ຍັງບໍ່ໄດ້ອະນຸຍາດ ໃຫ້ພະພິກຂຸສົງໃດໃຊ້ຜ້າຫລາຍຜືນ ໃຫ້ໃຊ້ແຕ່ຜ້າສາມຜືນເທົ່ານັ້ນ, ແຕ່ຍັງບໍ່ໄດ້ ອະນຸຍາດ ໃຫ້ພະພິກຂຸສົງຂໍຜ້າຈາກຊາວບ້ານ ພະສົງຕ້ອງສະແຫວງຫາ ຜ້າບັງສະກຸນ ແລ້ວນໍາມາທໍາ ຄວາມສະອາດ ແລະ ເອົາມາຫຍິບ ຕິດຕໍ່ກັນເປັນຜ້າໄຕ ຈີວອນຜືນໃດຜືນໜຶ່ງ ເມື່ອພະສົງ ມີລະບຽບ ເຄັ່ງຄັດແນວນັ້ນ, ອອກຕົນຍາດໂຍມ ກໍຢາກໄດ້ບຸນນໍາ ເພິ່ນຈຶ່ງໄດ້ນໍາເອົາ ຜ້າດີໆມາເຮັດຄື ເຮັດຕາມທີ່ພະສົງ ຈະຮັບເອົາໄດ້ນັ້ນເອງ.

ປະເພນີນີ້ ຍັງໄດ້ສືບທອດ ກັນມາຈົນເທົ່າທຸກວັນນີ້. ແຕ່ໃນປັດຈຸບັນນີ້ ການເຮັດຜ້າປ່າ ນັ້ນບໍ່ໄດ້ໜັກ ໄປໃນເລື່ອງຂອງ ຜ້າເລີຍ, ແຕ່ເພິ່ນມຸ້ງໝາຍໃຫ້ໄດ້ວັດຖຸປັດໄຈແລ້ວ ນໍາໄປສົມທົບເຂົ້າ ໃນການກໍ່ສ້າງ ສາທາລະນະປະໂຫຍດຕ່າງໆ, ທັງນີ້ກໍເພາະວ່າ ພະສົງໄດ້ມີຄວາມພຽງພໍ ທາງດ້ານຜ້າແລ້ວ ແຕ່ວ່າການກໍ່ສ້າງຍັງບໍ່ທັນພຽງພໍ ຈຶ່ງນິຍົມເອົາເງິນຈາກສ່ວນນີ້ ໄປສົມທົບທຶນກໍ່ສ້າງແຕ່ວິທີນັ້ນ ເພິ່ນກໍຍັງເອີ້ນວ່າ ທອດຜ້າປ່າຢູ່.
ລຸງຈານໃຫຍ່ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ:

ເມື່ອກໍານົດວັນເວລາໄດ້ແລ້ວ ພ້ອມທັງຮີບໂຮມ ເຄື່ອງຜ້າປ່າເປັນທີ່ຮຽບຮອ້ຍແລ້ວ ກໍອອກເດີນທາງ ໄປຍັງວັດທີ່ຈະທອດ ຜ້າປ່ານັ້ນຕາມ ແຕ່ຈະສະດວກ, ເຄື່ອງທີ່ຄວນກະກຽມນັ້ນກໍໄດ້ແກ່ ຜ້າຈີວອນ, ອາຫານການກິນ ແລະ ເຄື່ອງໃຊ້ສອຍ ຕ່າງໆປະກອບມີເສື່ອນອນ, ສາດ, ໝອນ ແລະ ມຸ້ງເປັນຕົ້ນ. ການທອດຜ້າປ່າ ຈະທອດຍາມໃດ ກໍໄດ້ທັງກາງເວັນກາງຄືນ ແລ້ວແຕ່ສະດວກ ເມື່ອໄປຮອດວັດ ແລ້ວກໍປະກອບພິທີ ຖວາຍກອງຜ້າປ່າ ແລ້ວກໍມີການ ເທດສະຫລອງ ອາດຟັງການສະແດງ ທໍາມະແບບຕ່າງໆເຊັ່ນ: ເທດທໍາມາດ ຫລື ປາຖະກະຖາ ເປັນຕົ້ນ.

ການທອດຜ້າປ່າ ໃນຍາມກາງຄືນນັ້ນ, ເມື່ອໄປຮອດວັດ ກໍຈູດທູບທຽນ ເພື່ອເປັນສັນຍານໃຫ້ ພະສົງຮູ້ວ່າ ມີຜູ້ມາທອດຜ້າປ່າ, ພໍພະສົງລົງ ມາເຈົ້າສັດທາກໍຖວາຍໃຫ້ເອງ ຫລື ລີ້ຢູ່ໃຫ້ພະສົງ ຮັບເລີຍກໍໄດ້ ເມື່ອພະສົງຮັບແລ້ວ ກໍໃຫ້ພອນຍະຖາ….

ແລ້ວກໍລັ່ນຄ້ອງກອງ ເພື່ອສະແດງ ຄວາມຊື່ນຊົມ ແລະ ຍິນດີອັນເປັນ ສັນຍາລັກວ່າ ພະສົງໄດ້ຮັບ ກອງຜ້າປ່າແລ້ວ, ຜູ້ໄດ້ຍິນສຽງຄ້ອງກອງ ກໍຍໍມືນົບສາທຸ ການໂມທະນານໍາ.


ດັ່ງນັ້ນ, ຈຶ່ງນັບວ່າເປັນ ການແຜ່ກຸສົນ ໃຫ້ອອກໄປ ຢ່າງກວ້າງຂວາງ.