
ນາງງາມລາວເປີດຮ້ານຂາຍນໍ້າຫວານ ແຊບຕ້ອງລອງ ເຈນ ມາໄລລັກ ພະຈັນ Miss Grand Laos 2019
17th February 2020ເອົາໃຈສາຍຊິມ, ສາຍກິນ ໂດຍສະເພາະນໍ້າຫວານແຊບໆ ລອງໄປຊິມລົດຊາດໄດ້ເລີຍຈ້າ ແມ່ຄ້າໜ້າຄຸ້ນໆ ເຊິ່ງກໍບໍ່ແມ່ນໃຜຄົນໃດ ນ້ອງ ເຈນ ມາໄລລັກ ພະຈັນ Miss Grand Laos 2019 ເຮົານີ້ເອງ,
ແມ່ຄ້າງາມຫຼາຍ
ງານນີ້ເຈົ້າໂຕໂພສຂໍ້ຄວາມພ້ອມຮູບພາບໂດຍໄດ້ເນື້ອຫາວ່າ “ມາຢູ່ວຽງຫຼາຍປີ ຫາຮ້ານນ້ຳຫວານຍັງບໍ່ຖືກໃຈ ເປີດເອງຊະໃຫ້ແລ້ວ”
ເປັນຕາແຊບ
ງານນີ້ບອກເລີຍວ່າຕ້ອງໄປລອງຊິມ, ອຸດໜູນສາວຄົນນີ້ກັນແລ້ວ
ໂພສຂອງນ້ອງ ເຈນ “ມາຢູ່ວຽງຫຼາຍປີ ຫາຮ້ານນ້ຳຫວານຍັງບໍ່ຖືກໃຈ 🍨ເປີດເອງຊະໃຫ້ແລ້ວ 🍨ທີ່ຕະຫຼາດແລງທາດຫຼວງ ນ້ຳຫວານແຊບປາກເຊ 5.000ກີບ
ທີເດັດນ້ຳຫວານຂອງຮ້ານ: ນ້ຳຫວານໝາກຈອງ, ນ້ຳຫວານຊາຄູ້ແຄນຕາລຸບໝາກພ້າວອ່ອນ, ນ້ຳຫວານບົວລອຍ, ແຖມເຂົ້າໜົມປັງອົບກອບໂຮຍໜ້າ.
ແວ່ອຸດໜູນໄດ້ເລີຍ